ຂ່າວສານ

ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພໃນສະພາບຕ້ານໂລກລະບາດໂຄວິດ-19

      ຕອນບ່າຍວັນທີ 14 ຕຸລາ, ທີ່ຮ່າໂນ້ຍ, ກົມຄຸ້ມຄອງການກວດ ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນ ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພຕ້ານໂຄວິດ-19 ແລະ ພະຍາດອັກເສບປອດ.    

ສ້າງປະມວນມາດຖານຫ້ອງກວດພະຍາດປອດໄພໃນສະພາບຕ້ານໂລກລະບາດໂຄວິດ-19  (ພາບປະກອບ/TTXVN)
      ຮ່າງປະມວນມາດຖານລວມມີ 11 ຂໍ້ໄດ້ລະບຸບັນດາເນື້ອໃນສຳຄັນກ່ຽວກັບວຽກງານສ້າງວິທີການ, ກັ່ນກອງ, ຈັດແບ່ງປະເພດ; ບັນດາມາດຕະການປ້ອງກັນ, ສະກັດກັ້ນການຕິດແປດຢູ່ເຂດຊຸມຊົນ; ຄຸ້ມຄອງຄົນເຈັບ, ຍາດພີ່ນ້ອງຂອງຄົນເຈັບ ແລະ ພາລະກອນການແພດຢ່າງປອດໄພ.
        ປະຈຸບັນ ທົ່ວປະເທດມີໂຮງໝໍ 1.400 ແຫ່ງໄດ້ຜັນຂະຫຍາຍມາດຖານໂຮງໝໍໄພ. ເລື່ອງຜັນຂະຫຍາຍກວດພະຍາດປອດໄພຕ້ານໂລກລະບາດໂຄວິດ-19 ແມ່ນ ເພື່ອປະຕິບັດ 5 ຫຼັກການຕ້ານໂລກລະບາດເປັນຢ່າງດີ ເຊິ່ງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຍົກອອກມາແມ່ນ: ສະກັດກັ້ນ, ກວດພົບ, ແຍກຕົວ, ຂີດແບ່ງເຂດ ແລະ ປິ່ນປົວຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top