ຂ່າວສານ

ສ້າງບາດກ້າວບຸກທະລຸເພື່ອສືບຕໍ່ຮັກສາທ່າເຕີບໂຕໃນປີ 2019

      ປີ 2018, ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ບັນລຸ 7,08%, ເຊິ່ງແມ່ນລະດັບສູງສຸດໃນໄລຍະ 11 ປີຜ່ານມາ.

(ພາບປະກອບອີນເຕີແນັດ) 
      ໃນປີ 2019, ລັດຖະບານໄດ້ວາງອອກຄາດໝາຍເຕີບໂຕບັນລຸ 6,8%, ດ້ວຍຈິດໃຈ “ບຸກທະລຸ, ມີວິໄນ, ສັດຊື່ບໍລິສຸດ, ມີການກະທຳ, ມີປະດິດຄິດສ້າງ, ມີປະສິດທິຜົນ”. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ, ຖືວ່າ.
        “ຕ້ອງຕັ້ງໜ້າປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງມີປະສິດທິຜົນກວ່າ, ແທດຈິງກວ່າ ເພື່ອສ້າງຄວາມສະດວກໃຫ້ແກ່ວິສາຫະກິດກວ່າອີກ, ຫຼຸດຜ່ອນລາຍຈ່າຍໃຫ້ວິສາຫະກິດ ເພື່ອຊຸກຍູ້ວິສາຫະກິດ, ພາກເອກະຊົນພັດທະນາ. ທີ 2 ແມ່ນ, ສຸມໃສ່ເຂົ້າໃນເສດຖະກິດພາກເອກະຊົນ, ເສດຖະກິດພາກເອກະຊົນໃນຊຸມປີຜ່ານມາໄດ້ຮັບການພັດທະນາຢ່າງເຂັ້ມແຂງໂດຍຜ່ານຕົວເລກຂອງການສ້າງຕັ້ງໃໝ່, ມີຫຼາຍໂຄງການ, ກິດຈະກຳທີ່ໄດ້ປະກອບສ່ວນ ສ່ວນໃດສ່ວນໜຶ່ງ”.    
        ພ້ອມກັນນັ້ນ, ຫວຽດນາມ ກໍ່ຄວນປ່ຽນໃໝ່ວິທະຍາສາດເຕັກໂນໂລຊີ, ມີບັນດາລັດຖະນະໂຍບາຍ, ມີການກະທຳຢ່າງວ່ອງໄວກວ່າອີກ ເພື່ອຄົ້ນຄວ້າວິທະຍາສາດ, ປ່ຽນແປງໃໝ່, ໝູນໃຊ້ເຂົ້າໃນພື້ນຖານເສດຖະກິດເພື່ອພັດທະນາຢ່າງແຮງກວ່າ.
 (ແຫຼ່ງຄັດຈາກ VOV)


top