ເປົ້າໝາຍການເຕີບໂຕ GDP ປີ 2025 ບັນລຸຈາກ 8,3 – 8,5% ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງລັດຖະບານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ກຳລັງພາຍໃນຂອງພື້ນຖານເສດຖະກິດໃນສະພາບການພາກພື້ນ ແລະ ທົ່ວໂລກຍັງມີການຜັນແປຫຼາຍຢ່າງ. ເພື່ອບັນລຸໄດ້ເປົ້າໝາຍນີ້, ໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ແມ່ນຕ້ອງລະດົມທຸກແຫຼ່ງກຳລັງໃຫ້ແກ່ການເຕີບໂຕ ແລະ ລັດຖະບານ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍໜ້າທີ່ນີ້.
ສິນໃນນ້ຳແມ່ນໜຶ່ງໃນບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງ (ພາບ: TTXVN)
ບົດລາຍງານລັດຖະບານກ່ຽວກັບສອງແຜນການເຕີບໂຕເສດຖະກິດໃໝ່ຂອງປີ 2025; ໃນນັ້ນ, ສະເໜີແນະສູ້ຊົນບັນລຸໄດ້ແຜນການທີ 2 (ໝາຍຄວາມວ່າບັນລຸລະດັບເຕີບໂຕ 8,3 – 8,5%), ການນຳກະຊວງການເງິນ ຢັ້ງຢືນວ່າ ພ້ອມກັບການຂຸດຄົ້ນກາລະໂອກາດຂອງຕະຫຼາດເພື່ອຊຸກຍູ້ການບໍລິໂພກ ແລະ ສົ່ງອອກ, ເວລານັ້ນ ການລົງທຶນສາທາລະນະຈະແມ່ນກຳລັງໜູນຕົ້ນຕໍ. ນີ້ແມ່ນຂົງເຂດທີ່ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງຫຼາຍກວ່າອີກ, ຊ່ວຍໃຫ້ພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕສູງກວ່າ ໃນ 6 ເດືອນທ້າຍປີ 2025.
ການລົງທຶນສາທາລະນະ - ກຳລັງໜູນໄລກອນ
ການລົງທຶນສາທາລະນະ ພວມກາຍເປັນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕເສດຖະກິດ. ໃນຕົວຈິງ, ໄລ່ຮອດທ້າຍໄຕມາດທີ 2 ຂອງ ປີນີ້, ອັດຕາປ່ອຍເງິນລົງທຶນສາທາລະນະບັນລຸກວ່າ 268.100 ຕື້ດົ່ງ (ກວ່າ 10.000 ຕື້ USD), ເພີ່ມຂຶ້ນຢ່າງໄວເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສະແດງໃຫ້ເຫັນການປ່ຽນແປງຢ່າງຕັ້ງໜ້າ, ຈະແຈ້ງໃນການຈັດຕັ້ງປະຕິບັດຕົວຈິງ. ຫຼາຍໂຄງການຈຸດສຸມເຊັ່ນ ເສັ້ນທາງຄວາມໄວສູງ, ສະໜາມບິນ ແລະ ເສັ້ນທາງອ້ອມຮອບຕົວເມືອງໃນປັດຈຸບັນ ພວມໄດ້ຮັບການຍູ້ໄວຄວາມຄືບໜ້າ, ຊໍ້າບໍ່ໜຳແມ່ນບັນລຸຄາດໝາຍໄວກວ່າກຳນົດເວລາ.
ທ່ານຮອງລັດຖະມົນຕີກະຊວງການເງິນ ໂດະແທ່ງຈູງ ໃຫ້ຮູ້ວ່າ ການບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການຈາກສູນກາງ ລົງຮອດທ້ອງຖິ່ນ.
“ທຳອິດແມ່ນຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ, ບັນດາກະຊວງ, ບັນດາອົງການສູນກາງ ແລະ ທ້ອງຖິ່ນໄດ້ສຸມໃສ່ປະຕິບັດ. ແຕ່ສຳຄັນທີ່ສຸດແມ່ນຍ້ອນມີການຊີ້ນຳຢ່າງຂ້ຽວຂາດຂອງນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໄດ້ລົງກະຕຸກຊຸກຍູ້, ກວດກາ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການ. ແຕ່ລະເດືອນ, ກະຊວງການເງິນ, ອົງການຕ້ອງກະກຽມບົດລາຍງານ ແລະ ພ້ອມກັບການນຳລັດຖະບານແກ້ໄຂຄວາມຫຍຸ້ງຍາກ. ດັ່ງນັ້ນ, ພວກເຮົາຈຶ່ງເຫັນໄດ້ທ່າອ່ຽງການປ່ອຍເງິນລົງທຶນສາທາລະນະດີກວ່າເກົ່າ”.
ບັນດາໂຄງການໄດ້ຮັບການຜັນຂະຫຍາຍ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນໂດຍກົງເທົ່ານັ້ນ ຫາກຍັງຊ່ວຍປັບປຸງຄວາມເຊື່ອໝັ້ນຂອງຂົງເຂດເອກະຊົນ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ.
ນອກຈາກເງິນລົງທຶນສາທາລະນະ, ລັດຖະບານກໍພວມຂ້ຽວຂາດຜັນຂະຫຍາຍບັນດາແຫຼ່ງກຳລັງສຳຄັນອື່ນໆ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຕີບໂຕ GDP. ດ້ວຍລະດັບການເຕີບໂຕ 7,52% ໃນ 6 ເດືອນຕົ້ນປີ, ນັກຊ່ຽວຊານເສດຖະກິດຫຼາຍທ່ານຕັ້ງຄວາມຫວັງລະດັບການເຕີບໂຕ ຈະໄດ້ຮັບການຮັກສາ ຫຼື ຊ້ຳບໍ່ໜຳແມ່ນສູງກວ່າໃນ 6 ເດືອນທ້າຍປີ.
ກະທຳຢ່າງຂ້ຽວຂາດ
ຕະຫຼອດໃນເຄິ່ງເດືອນຜ່ານມາ, ລັດຖະບານໄດ້ຈັດຕັ້ງບັນດາກອງປະຊຸມທາງໄກກັບບັນດາທ້ອງຖິ່ນເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ, ປຶກສາຫາລືກ່ຽວກັບແຜນການເຕີບໂຕເສດຖະກິດ ແລະ ບັນດາໜ້າທີ່, ມາດຕະການເພື່ອປະຕິບັດເປົ້າໝາຍການເຕີບໂຕຂອງປີ 2025.
ທ້າຍອາທິດ, ວັນທີ 2 ສິງຫາ, ເປັນຄັ້ງທີ 8 ທີ່ ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາຄວາມຄືບໜ້າກໍ່ສ້າງໂຄງການສະໜາມບິນ ລອງແທັ່ງ ໂດຍກົງ, ຮຽກຮ້ອງໃຫ້ກໍ່ສ້າງສຳເລັດໂດຍພື້ນຖານໃນວັນທີ 19 ທັນວາ 2025. ໃນກອງປະຊຸມທາງໄກ, ສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2025 ຄະນະຊີ້ນຳແຫ່ງລັດ ກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ (31 ກໍລະກົດ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກເທື່ອໜຶ່ງໄດ້ຮຽກຮ້ອງກ່ຽວກັບການປ່ອຍງົບປະມານໃຫ້ບັນດາໂຄງການລົງທຶນສາທາລະນະ. ທ່ານກ່າວວ່າ:
“ນັບແຕ່ນີ້ຮອດທ້າຍປີ 2025, ຕ້ອງກໍ່ສ້າງເສັ້ນທາງຄວາມໄວສູງສຳເລັດຢ່າງໜ້ອຍສຸດ 3.000 ກິໂລແມັດ, ນີ້ແມ່ນເປົ້າໝາຍທີ່ໄດ້ວາງອອກ. ພວກເຮົາຕ້ອງຕັດສິນໃຈ, ມານະພະຍາຍາມ, ປຶກສາຫາລືເພື່ອເຮັດ, ບໍ່ປຶກສາຫາລືເພື່ອຖອຍ”.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ເຖິງວ່າພື້ນຖານເສດຖະກິດບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນ 6 ເດືອນຕົ້ນປີ, ດ້ວຍລະດັບການເຕີບໂຕ GDP ບັນລຸ 7,52% ກໍຕາມ, ແຕ່ເປົ້າໝາຍການເຕີບໂຕ 8,3 – 8,5% ໃນປີ 2025 ນີ້ ຍາມໃດກໍໄດ້ຮັບການຢັ້ງຢືນວ່າ ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງ. ເຖິງຢ່າງໃດກໍຕາມ, ເປົ້າໝາຍດັ່ງກ່າວ ແມ່ນຕ້ອງປະຕິບັດຢ່າງເດັດຂາດ ແລະ ກໍບໍ່ແມ່ນເປົ້າໝາຍບໍ່ມີຄວາມເປັນໄປໄດ້. ລັດຖະບານ ຈະປະກາດໃຊ້ມະຕິ ວ່າດ້ວຍການມອບໝາຍບັນດາລະດັບການເຕີບໂຕໃໝ່ໃຫ້ແກ່ແຕ່ລະທ້ອງຖິ່ນ ແລະ ບັນດາກຸ່ມບໍລິສັດ, ລັດວິສາຫະກິດໃຫຍ່. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
“ລັດຖະບານໄດ້ໂຮມປະຊຸມ, ເລືອກເອົາບັນດາວິທີການຜັນຂະຫຍາຍແຕ່ນີ້ຮອດທ້າຍປີ ເຮັດແນວໃດໃຫ້ບັນລຸລະດັບເຕີບໂຕແຕ່ 8,3 – 8,5% ເພື່ອສ້າງທ່ວງທ່າ, ກຳລັງໜູນ ແລະ ສ້າງບັນຍາກາດທ່າແຮງໃຫ້ສະໄໝຈະມາເຖິງພວກເຮົາຈະກ້າວເຂົ້າສູ່ສັງກາດໃໝ່, ສັງການບຸກບືນຂອງຊາດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ຕ້ອງຕັ້ງໜ້າສຳຫຼວດ, ສະເໜີມາດຕະການຕ່າງໆ. ໃກ້ຊິດຕິດແທດກັບສະພາບການຕົວຈິງ. ລັກສະນະຄວາມເປັນໄປໄດ້ຕ້ອງຈະແຈ້ງ, ລັກສະນະປະສິດທິຜົນຕ້ອງລະອຽດ, ເດັ່ນຊັດ, ຕ້ອງຕັດສິນໃຈຊຸກຍູ້ການພັດທະນາ, ປະກອບສ່ວນປະຕິບັດເປົ້າໝາຍທີ່ໄດ້ວາງອອກ”.
ດ້ວຍລະບອບລະບຽບການບຸກທະລຸ, ແກ້ໄຂຈຸດອຸດຕັນຂອງທຸກແຫຼ່ງກຳລັງຮັບໃຊ້ພື້ນຖານເສດຖະກິດນັ້ນ, ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ທີ່ໄດ້ຮັບການເຄື່ອນໄຫວແຕ່ວັນທີ 01 ກໍລະກົດ…, ແມ່ນບັນດາປັດໄຈສະດວກເພື່ອໃຫ້ເສດຖະກິດ ຫວຽດນາມ ມີຂົງເຂດພັດທະນາໃໝ່. ດ້ວຍບັນດາມາດຕະການຄົບຊຸດ, ຄວາມຂ້ຽວຂາດຈາກລັດຖະບານ, ເປົ້າໝາຍການເຕີບໂຕເສດຖະກິດ GDP ແຕ່ 8,3 – 8,5% ໃນປີ 2025 ນີ້ໄດ້ສ້າງທ່ວງທ່າ, ພື້ນຖານໃຫ້ແກ່ໄລຍະ 2026 – 2030 ແລະ ປະຕິບັດເປົ້າໝາຍຍຸດທະສາດຂອງທັງໄລຍະ 2021 – 2030.