ຂ່າວສານ

ສ້າງນະໂຍບາຍພິເສດສະເພາະເພື່ອພັດທະນາແຂວງ ເທື່ອທຽນ-ເຫ້ວ ໃຫ້ຂຶ້ນສູ່ລະດັບສູງໃໝ່

      ມາຮອດປະຈຸບັນ, ລັດຖະບານໄດ້ສ້າງຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ບາງກົນໄກ, ນະໂຍບາຍພິເສດສະເພາະສຳລັບແຂວງ ເທື່ອທຽນ-ເຫ້ວ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ-ເຫ້ວ
(ພາບ: VGP)
      ຕອນບ່າຍວັນທີ 04 ມີນາ, ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນ-ເຫ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນຳໃຊ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອສ້າງຮ່າງມະຕິສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອປະກາດໃຊ້ບາງກົນໄກ, ນະໂຍບາຍພິເສດສະເພາະສຳລັບແຂວງ ເທື່ອທຽນ-ເຫ້ວໂດຍໄວ ບົນພື້ນຖານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ແລະ ສີສັນວັດທະນະທຳເຫ້ວ.
        ດ້ວຍວິທີສຳຜັດ, ວິທີສັງເກດ ແລະ ທັດສະນະໃໝ່ເພື່ອພັດທະນາແຂວງ ເທື່ອທຽນ-ເຫ້ວ ໃຫ້ຂຶ້ນສູ່ລະດັບສູງໃໝ່, ກົມການເມືອງໄດ້ປະກາດໃຊ້ມະຕິກ່ຽວກັບ “ການສ້າງ ແລະ ພັດທະນາແຂວງ ເທື່ອທຽນ-ເຫ້ວ ຮອດປີ 2020, ວິໄສທັດຮອດປີ 2045” ດ້ວຍເປົ້າໝາຍສ້າງແຂວງ ເທື່ອທຽນ-ເຫ້ວ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ ບົນພື້ນຖານການອະນຸລັກຮັກສາ, ເສີມຂະຫາຍຄຸນຄ່າມໍລະດົກເຂດກຸງເກົ່າເຫ້ວ ແລະ ສີສັນວັດທະນະທຳເຫ້ວ.
        ມາຮອດປະຈຸບັນ, ລັດຖະບານໄດ້ສ້າງຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ບາງກົນໄກ, ນະໂຍບາຍພິເສດສະເພາະສຳລັບແຂວງ ເທື່ອທຽນ-ເຫ້ວ. ຮ່າງມະຕິແມ່ນບັນດານະໂຍບາຍສຳຄັນ ເພື່ອສ້າງເງື່ອນໄຂສະດວກໃຫ້ແຂວງ ເທື່ອທຽນ-ເຫ້ວ ກາຍເປັນນະຄອນຂຶ້ນກັບສູນກາງໂດຍໄວ, ບົນພື້ນຖານການອະນຸລັກຮັກສາ, ເສີມຂະຫາຍຄຸນຄ່າມໍລະດົກເຂດກຸງເກົ່າເຫ້ວ ແລະ ສີສັນວັດທະນະທຳເຫ້ວ.
 (ແຫຼ່ງຄັດຈາກ VOV)


top