ຂ່າວສານ

ສ້າງນະໂຍບາຍຊຸກຍູ້ການພັດທະນາເສດຖະກິດດີຈີຕອນຢູ່ ຫວຽດນາມ

ເພື່ອຊຸກຍູ້ການພັດທະນາພື້ນຖານດີຈີຕອນ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມສ້າງນະໂຍບາຍກ່ຽວຂ້ອງເຖິງດີຈີຕອນໃຫ້ສົມບູນແບບ.

ດ້ວຍຈຸດປະສົງປະກອບຄຳເຫັນ ແລະ ສ້າງກອບນະໂຍບາຍຄຸ້ມຄອງການບໍລິການອິນເຕີເນັດຢູ່ ຫວຽດນາມ ກໍຄື

(ພາບປະກອບ: TTXVN)

 ຕີລາຄາບັນດາຜົນກະທົບຂອງນະໂຍບາຍມຸ່ງໄປເຖິງການພັດທະນາຢ່າງຮອບດ້ານຂອງພື້ນຖານເສດຖະກິດດີຈີຕອນ, ຕອນເຊົ້າວັນທີ 17 ກຸມພາ, ຢູ່ ຮ່າໂນ້ຍ, ສະພາການສື່ສານດີຈີຕອນ ຫວຽດນາມ (VDCA) ໄດ້ສົມທົບກັບສະຫະພັນອິນເຕີເນັດ ອາຊີ (AIC) ຈັດການໂອ້ລົມສົນທະນາແບບທາງໄກ ດ້ວຍຫົວຂໍ້: “ສ້າງນະໂຍບາຍຄຸ້ມຄອງການບໍລິການທາງອິນເຕີເນັດ ຊຸກຍູ້ການພັດທະນາຂອງເສດຖະກິດດີຈີຕອນຢູ່ ຫວຽດນາມ”.

ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານ ຫງວຽນມິນຮົ່ງ, ປະທານສະພາການສື່ສານດີຈີຕອນ ຫວຽດນາມ ເນັ້ນໜັກວ່າ, ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນຮອດປີ 2025, ກຳນົດທິດຮອດປີ 2030 ໄດ້ວາງອອກເປົ້າໝາຍ, ອັດຕາສ່ວນເສດຖະກິດດີຈີຕອນໃຫ້ກວມເອົາ 20% GDP ຮອດປີ 2025. ເພື່ອຊຸກຍູ້ການພັດທະນາພື້ນຖານດີຈີຕອນ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມສ້າງນະໂຍບາຍກ່ຽວຂ້ອງເຖິງດີຈີຕອນໃຫ້ສົມບູນແບບ.

ການໂອ້ລົມສົນທະນາລວມມີ 2 ວາລະຫົວເລື່ອງສະເພາະ ສຸມໃສ່ຕີລາຄາສັງລວມ, ບັນດາຜົນກະທົບຂອງຮ່າງດຳລັດສະບັບປັບປຸງ, ເພີ່ມເຕີມບາງມາດຕາກ່ຽວກັບການຄຸ້ມຄອງ, ສະໜອງ, ນຳໃຊ້ການບໍລິການອິນເຕີເນັດ ແລະ ຂໍ້ມູນຂ່າວສານທາງອິນເຕີເນັດ, ພ້ອມທັງປຶກສາຫາລື ແລະ ສະເໜີແນະນະໂຍບາຍຄຸ້ມຄອງການບໍລິການທາງອິນເຕີເນັດ ຊຸກຍູ້ການພັດທະນາເສດຖະກິດດີຈີຕອນຢູ່ ຫວຽດນາມ.



top