ຂ່າວສານ

ສ້າງທ່າເປັນເຈົ້າການຕ້ອນຮັບນັກລົງທຶນຕ່າງປະເທດ

      ວັນທີ 5 ສິງຫາ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານເລຮ່ວາຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບການນຳແຂວງຈ່າວິງກ່ຽວກັບວຽກງານການຕ່າງປະເທດ.

ທ່ານເລຮ່ວາຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ (ພາບ: travinh.gov.vn
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຮ່ວາຍຈຸງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຈະໜູນຊ່ວຍແຂວງຈ່າວິງໃນການສຳຜັດກັບບັນດາຫ້ອງການຕາງໜ້າ, ສະຫະສະມາຄົມວິສາຫະກິດ ແລະ ສະຖານທູດບັນດາປະເທດປະຈຳຫວຽດນາມເພື່ອເຊື່ອມຕໍ່ກັບບັນດາທ້ອງຖິ່ນ, ວິສາຫະກິດຕ່າງປະເທດ ຮຽກຮ້ອງດຶງດູດການລົງທຶນເຂົ້າບັນດາໂຄງການຈຸດສຸມທີ່ມີລັກສະນະໄດ້ປຽບສູງ. ທ່ານຮອງລັດຖະມົນຕີໄດ້ສະເໜີໃຫ້ການນຳແຂວງຈ່າວິງສືບຕໍ່ຄົ້ນຄ້ວາປະຕິບັດບັນດານະໂຍບາຍບຸລິມະສິດ, ສ້າງຂໍ້ກຳນົດການລົງທຶນລວມຂອງທ້ອງຖິ່ນ ເພື່ອແນໃສ່ສ້າງທ່າໄດ້ປຽບເປັນເຈົ້າການໃນການຕ້ອນຮັບບັນດານັກລົງທຶນຕ່າງປະເທດເມື່ອມາຊອກຮູ້, ສຳຜັດກັບສະພາບແວດລ້ອມແຫ່ງການລົງທຶນ ຂອງທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)

top