ຂ່າວສານ

ສ້າງທ່າສະດວກໃຫ້ບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ

ມະຕິສະບັບໃໝ່ໄດ້ສະແດງຄວາມຕັດສິນໃຈຂອງທັງລະບົບການເມືອງ ສຳລັບບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ.

ມະຕິສະບັບໃໝ່ໄດ້ສະແດງຄວາມຕັດສິນໃຈຂອງທັງລະບົບການເມືອງ ສຳລັບບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ.

    

ກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

ທີ່ກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ເຊິ່ງດຳເນີນໃນເດືອນ ມິຖຸນາ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຊັນປະກາດໃຊ້ມະຕິສຳຄັນບາງສະບັບ, ໃນນັ້ນມີມະຕິ 3 ສະບັບກ່ຽວຂ້ອງໂດຍກົງເຖິງປະຊາຊົນ, ເຊິ່ງໄດ້ຮັບການຕີລາຄາສູງຈາກຫາງສຽງ. ນີ້ແມ່ນບັນດາແຜນນະໂຍບາຍໃຫຍ່, ຖືກຕ້ອງຂອງພັກ ເພື່ອສ້າງທ່າສະດວກໃຫ້ຫຼາຍຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ.

        ນັ້ນແມ່ນມະຕິເລກທີ 18 ກ່ຽວກັບເລື່ອງສືບຕໍ່ປ່ຽນແປງໃໝ່, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງປະສິດທິພາບ, ປະສິດທິຜົນກ່ຽວກັບການຄຸ້ມຄອງທີ່ດິ່ນ, ສ້າງກຳລັງໜູນເພື່ອນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ. ມະຕິເລກທີ 19 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045. ມະຕິເລກທີ 20 ກ່ຽວກັບເລື່ອງສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນດ້ານເສດຖະກິດລວມໝູ່ໃນໄລຍະໃໝ່.

ສ້າງກຳລັງແຮງຈາກແຫຼ່ງທີ່ດິ່ນ

        ມະຕິເລກທີ 18 ກ່ຽວກັບເລື່ອງ “ສືບຕໍ່ປ່ຽນແປງໃໝ່, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງປະສິດທິພາບ, ປະສິດທິຜົນກ່ຽວກັບການຄຸ້ມຄອງທີ່ດິນ, ສ້າງກຳລັງໜູນເພື່ອນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ” ແມ່ນມະຕິໄດ້ຮັບຄວາມສົນໃຈເປັນພິເສດຂອງປະຊາຊົນທຸກຊັ້ນວັນນະ. ມະຕິໄດ້ສ້າງຂຶ້ນບົນພື້ນຖານການສະຫຼຸບໃນໄລຍະເກືອບ 10 ປີທີ່ປະຕິບັດມະຕິເລກທີ 19 ປີ 2012 ໄດ້ວາງອອກຫຼາຍບັນຫາໃໝ່, ແໜ້ນແຟ້ນ ແລະ ເດັດດ່ຽວກວ່າ. ໃນນັ້ນວາງເປົ້າໝາຍຮອດປີ 2023 ຕ້ອງສຳເລັດການປັບປຸງກົດໝາຍວ່າດ້ວຍທີ່ດິນ 2013 ແລະ ບັນດາກົດໝາຍທີ່ກ່ຽວຂ້ອງ, ຮັບປະກັນໃຫ້ຄົບຊຸດ, ເປັນເອກະພາບ. ຮອດປີ 2025 ຕ້ອງສຳເລັດການສ້າງຖານຂໍ້ມູນດີຈີຕອນ ແລະ ລະບົບຂໍ້ມູນຂ່າວສານແຫ່ງຊາດກ່ຽວກັບທີ່ດິນລວມສູນ, ເປັນເອກະພາບ, ຄົບຊຸດ.

        ບາງບັນຫາຍັງຕິດຂັດອື່ນໆເຊິ່ງມະຕິເລກທີ 19 ຍັງບໍ່ທັນຍົກອອກການແກ້ໄຂຢ່າງມີປະສິດທິຜົນນັ້ນ, ມະຕິເລກທີ 18 ໄດ້ຕິດແທດກັບສະພາບຕົວຈິງຢ່າງຖືກທິດ. ພິເສດແມ່ນເລື່ອງຊົດເຊີຍ, ໜູນຊ່ວຍ, ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ຖອນທີ່ດິນເພື່ອເປົ້າໝາຍການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດ, ສັງຄົມ ເພື່ອຜົນປະໂຫຍດແຫ່ງຊາດ, ສາທາລະນະ. ທ່ານນາງ ບຸຍທິອານ, ຫົວໜ້າສະຖາບັນຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ພັດທະນາວົງຄະນະຍາດ, ໃຫ້ຂໍ້ສັງເກດວ່າ:

        “ມະຕິເລກທີ 18 ປະກາດໃຊ້ໃນຈຸດເວລານີ້ແມ່ນຖືກກັບເວລາ, ເພື່ອແນໃສ່ຂຸດຄົ້ນຊັບພະນາກອນທີ່ດິນ, ສ້າງລາຍຮັບເຂົ້າງົບປະມານຕື່ມອີກ, ຜ່ານບັນຫາດ້ານພາສີ, ແລກປ່ຽນທີ່ດິນຂອງຕະຫຼາດເຮັດໃຫ້ມີຄວາມສອດຄ່ອງກວ່າ, ມີຄວາມຍຸຕິທຳກວ່າ. ຂ້າພະເຈົ້າຖືວ່າ, ຖ້າພວກເຮົາປະຕິບັດມະຕິເລກທີ 18 ນີ້ຢ່າງເຂັ້ມງວດ, ຈະແກ້ໄຂໄດ້ຫຼາຍບັນຫາກ່ຽວກັບທີ່ດິນ ແລະ ບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ”.

ເສີມຂະຫຍາຍກຳລັງແຮງເສດຖະກິດກະສິກຳ ແລະ ເສດຖະກິດລວມໝູ່

        ບັນດາທ້ອງຖິ່ນ ແລະ ໂດຍສະເພາະແມ່ນຊາວກະສິກອນ ມີຄວາມສົນໃຈ ເປັນພິເສດເຖິງມະຕິເລກທີ 19 ກ່ຽວກັບ “ກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045”. ນີ້ບໍ່ພຽງແຕ່ແມ່ນການພັດທະນາເຊື່ອມຕໍ່ມະຕິເລກທີ 26 ຂອງສູນກາງພັກຊຸດທີ 10 ປີ 2008 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດເທົ່ານັ້ນ, ຫາກຍັງມີການພັດທະນາໃໝ່, ດ້ວຍບັນດາເປົ້າໝາຍໃໝ່, ຈະແຈ້ງກວ່າ. ທ່ານ ຫງວຽນຈິງອັກ, ຮອງປະທານສະມາຄົມໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແບ່ງປັນວ່າ, ມະຕິເລດທີ 19 ທີ່ຫາກໍ່ປະກາດໃຊ້ນັ້ນ ໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ຂົງເຂດກະສິກຳ, ຊົນນະບົດ, ສ້າງເງື່ອນໄຂພັດທະນາຢ່າງກົມກຽວລະຫວ່າງຊົນນະບົດ ແລະ ເຂດຕົວເມືອງ, ລະຫວ່າງເຂດພາກ, ທ້ອງຖິ່ນ ຕາມທິດ “ກະສິກຳຊີວະພາບ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ”:

        “ມະຕິສະບັບໃໝ່ໄດ້ສະແດງຄວາມຕັດສິນໃຈຂອງທັງລະບົບການເມືອງ ສຳລັບບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ. ເພື່ອໃຫ້ມະຕິມີຄວາມເປັນໄປໄດ້ນັ້ນ, ພວກຂ້າພະເຈົ້າຄິດວ່າ ຕ້ອງມີມາດຕະການແກ້ໄຂບຸກທະລຸ. ສະເພາະຂົງເຂດກະສິກຳເວົ້າລວມ, ຂົງເຂດປູກຝັງເວົ້າສະເພາະ ພວກຂ້າພະເຈົ້າເຫັນວ່າ ຕ້ອງມີບາດກ້າວບຸກທະລຸກ່ຽວກັບການສ້າງກົດໝາຍວ່າດ້ວຍທີ່ດິນໃຫ້ສົມບູນແບບ ຍ້ອນລະບອບລະບຽບການກ່ຽວກັບທິ່ດິນມີຄວາມໝາຍຕັດສິນຕໍ່ບັນຫາພັດທະນາກະສິກຳ, ພິເສດແມ່ນການພັດທະນາການຜະລິດກະສິກຳເປັນສິນຄ້າ ເມື່ອພວກເຮົາປ່ຽນແປງຈິນຕະນາການຈາກການຜະລິດກະສິກຳໄປສູ່ຈິນຕະນາການເສດຖະກິດກະສິກຳ”.

        ໃນຂະນະນັ້ນ, ມະຕິເລກທີ 20 ກ່ຽວກັບເລື່ອງ “ສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່” ໄດ້ກຳນົດຈະແຈ້ງບັນດາເປົ້າໝາຍ ແລະ ລະບົບໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍ ເພື່ອພັດທະນາເສດຖະກິດລວມໝູ່ໃນໄລຍະຈະມາເຖິງ. ພິເສດແມ່ນເພີ່ມເຕີມ, ສ້າງກົດໝາຍ, ກົນໄກ, ນະໂຍບາຍສົ່ງເສີມ, ໜູນຊ່ວຍການພັດທະນາເສດຖະກິດລວມໝູ່, ບັນດາອົງການຈັດຕັ້ງເສດຖະກິດໃຫ້ສົມບູນແບບ. ການພັດທະນາເສດຖະກິດລວມໝູ່ແມ່ນທ່າອ່ຽງຈຳເປັນຕ້ອງເປັນໄປໃນສະພາບເຊື່ອມໂຍງເຂົ້າກັບສາກົນ, ສອດຄ່ອງກັບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ.

        ມະຕິສະບັບຕ່າງໆເຊິ່ງກອງປະຊຸມສູນກາງພັກເທື່ອທີ 5 ຊຸດທີ XIII ຫາກໍ່ປະກາດໃຊ້ນັ້ນ ໄດ້ ແລະ ພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນທຸກຊັ້ນວັນນະ ແລະ ນີ້ແມ່ນບັນດາແຜນນະໂຍບາຍໄດ້ຮັບການລໍຄອຍວ່າຈະສ້າງກຳລັງໜູນເຕີບໂຕໃຫ້ແກ່ເສດຖະກິດຂອງປະເທດຊາດໃນໄລຍະຈະມາເຖິງ.\

(ແຫຼ່ງຄັດຈາກ VOV)


top