ຂ່າວສານ

ສ້າງທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​​ມາດ​ຕະ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ທຽນຈີນ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 24 – 27 ມິຖຸນາ. ເຫດການນີ້ ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ປະເທດເຈົ້າພາບ ຈີນ, ສ້າງທ່ວງທ່າໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ - ຈີນ, ພ້ອມທັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການແລກປ່ຽນ, ປຶກສາຫາລືຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາບັນຫາເສດຖະກິດ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ນີ້ແມ່ນປີທີ 3 ຢ່າງລຽນຕິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຄຳເຊີນເຂົ້າຮ່ວມ ແລະ ກ່າວຄຳເຫັນໃນເວທີປາໄສ WEF. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຕີລາຄາສູງຂອງ WEF, ກໍຄືປະຊາຄົມວິສາຫະກິດສາກົນສຳລັບທີ່ຕັ້ງ, ບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນການພັດທະນາເສດຖະກິດທົ່ວໂລກ ແລະ ພາກພື້ນ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ຈີນ ໃນຄັ້ງນີ້ ໄດ້ດຳເນີນໃນສະພາບການພົວພັນສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງຕັ້ງໜ້າ ພາຍຫຼັງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025).

WEF 2025 - ບ່ອນແບ່ງປັນວິໄສທັດ ແລະ ບົດຮຽນປະສົບການພັດທະນາຂອງ ຫວຽດນາມ

ກອງປະຊຸມ WEF ທຽນຈີນ ປີນີ້ ແມ່ນເຫດການທີ່ມີຂອບຂະໜາດ ແລະ ຄວາມສຳຄັນໃຫຍ່ອັນດັບທີ 2 ໃນປີຂອງ WEF Davos. ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດປຶກສາຫາລືກ່ຽວກັບວິໄສທັດ, ມາດຕະການຍາວນານໃຫ້ແກ່ບັນດາບັນຫາຈຸດສຸມສຳລັບການພັດທະນາເສດຖະກິດທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽນ, ທ່ານປະທານາທິບໍດີ ເອກວາດໍ ແລະ ທ່ານນາຍົກລັດຖະມົນຕີບັນດາປະເທດ ສິງກະໂປ, ເຊເນການ, ກຽກກີສະຖານ, ພ້ອມດ້ວຍການນຳຂັ້ນລັດຖະມົນຕີກວ່າ 100 ທ່ານ ແລະ ຜູ້ແທນກວ່າ 1.700 ທ່ານ ໄດ້ເຂົ້າຮ່ວມ.

ດ້ວຍຫົວຂໍ້ “ນ້ຳໃຈ startup ໃນສັງກາດໃໝ່”, ກອງປະຊຸມ WEF ທຽນຈີນ ໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນຕົ້ນຕໍ, ເຊັ່ນ: ແກະລະຫັດເສດຖະກິດໂລກ ແລະ ບັນດາທ່າອ່ຽງເຕີບໂຕໃໝ່; ຫັນປ່ຽນຂະແໜງອຸດສາຫະກຳ ແລະ ການຜະລິດອັດສະລິຍະ…

ໄປຄຽງຄູ່ກັບບັນດາການເຄື່ອນໄຫວເຂົ້າຮ່ວມພິທີໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງເປັນແຂກຮັບເຊີນພິເສດຂອງວາລະສົນທະນາກ່ຽວກັບນະໂຍບາຍ, ແລະ ມີບົດກ່າວປາໄສໃນວາລະປຶກສາຫາລື. ໃນສະພາບການ ຫວຽດນາມ ຫາກໍ່ປະຕິບັດສຳເລັດ “ມະຕິ 4 ສະບັບທີ່ເປັນເສົາຄ້ຳ”, ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີໃນກອງປະຊຸມ ແມ່ນມີຄວາມໝາຍສຳຄັນເປັນພິເສດ. ບໍ່ພຽງແຕ່ແບ່ງປັນວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈຢ່າງແຮງໃນການປະຕິບັດບັນດາເປົ້າໝາຍການເຕີບໂຕ ແລະ ພັດທະນາ, ຄວາມຕັດສິນໃຈຮັກສາບັນດາເປົ້າໝາຍການເຕີບໂຕ, ຮັບປະກັນການເຕີບໂຕໄວ ແຕ່ມີປະສິດທິຜົນແບບຍືນຍົງເທົ່ານັ້ນ, ຫວຽດນາມ ຍັງຢັ້ງຢືນສົ່ງສານເຖິງວົງການວິສາຫະກິດໂລກກ່ຽວກັບຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກໃຫ້ແກ່ປະຊາຄົມວິສາຫະກິດ. ພ້ອມດຽວກັນນັ້ນກໍ່ ແມ່ນຄວາມຂ້ຽວຂາດຂອງລັດຖະບານ ຫວຽດນາມ ໃນການຜັນຂະຫຍາຍບັນດາມາດຕະການກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງກຳລັງດ້ານການເງິນ ແລະ ມະນຸດໂດຍສັງເຂບ. ຜ່ານເວທີປາໄສ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງການຮ່ວມມືລົງທຶນເຂົ້າບັນດາຂົງເຂດ ເຊິ່ງ ຫວຽດນາມ ມີຄວາມສົນໃຈຢາກຊຸກຍູ້ ແລະ ມີຄວາມຕ້ອງການສ້າງບາດກ້າວບຸກທະລຸ ເຊັ່ນ ປັນຍາປະດິດ, ການຫັນເປັນອັດຕະໂນມັດ, ເຕັກໂນໂລຢີຊີວະສາດ, ພະລັງງານສະອາດ, ພື້ນຖານໂຄງລ່າງ, ການບໍລິການດ້ານການເງິນ.

ສ້າງທ່ວງທ່າໃຫ້ແກ່ການພົວພັນ ຫວຽດນາມ - ຈີນ

ນີ້ແມ່ນການປະຕິບັດງານຢູ່ ຈີນ ຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ໃນປີນີ້, ເຊິ່ງໄດ້ດຳເນີນພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ທີ່ປະສົບຜົນສຳເລັດຢ່າງຈົບງາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ເມື່ອເດືອນ ເມສາ 2025). ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ດຳເນີນໃນສະພາບການ ຫວຽດນາມ ແລະ ຈີນ ພວມສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025)  ແລະ ບັນດາກິດຈະກຳຂອງປີພົບປະແລກປ່ຽນວັດທະນະທຳມະນຸດທີ່ພວມດຳເນີນໄປຢ່າງຟົດຟື້ນ. ໃນລາຍການໄດ້ແນະນຳໄລຍະການເດີນທາງແຫ່ງການພົວພັນແລກປ່ຽນລະຫວ່າງ ຢຸນໜານ ແລະ ຫວຽດນາມ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ, ຢູ່ ຢຸນໜານ, ປະເທດ ຈີນ, ທ່ານ ເຟີງຈຽນຢາງ, ຮອງຫົວໜ້າຄະນະໂຄສະນາອົງຄະນະພັກແຂວງ ຢຸນໜານ, ຈີນ ໄດ້ແບ່ງປັນວ່າ:

        “ສອງປະເທດໄດ້ ແລະ ພວມເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືໃນຫຼາຍຂົງເຂດເຊັ່ນ ການເມືອງ, ເສດຖະກິດ, ວັດທະນະທຳໃນໄລຍະຍາວ, ການພົວພັນແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດມີປະຫວັດສາດມາແຕ່ດົນນານ ແລະ ໝັ້ນຄົງໜັກແໜ້ນ. ດ້ວຍແບບວິທີສົມທົບແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ມໍລະດົກວັດທະນະທຳຂອງ ຢຸນໜານ ແລະ ຫວຽດນາມ, ຜ່ານການຢ້ຽມຢາມ, ຮຽນຮູ້ເຊິ່ງກັນ ແລະ ກັນ, ພວກເຮົາຈະສ້າງຂົວຕໍ່ພົວພັນແລກປ່ຽນຂ້າມຊາຍແດນໃຫ້ແກ່ປະຊາຊົນສອງປະເທດ, ສ້າງບັນຍາກາດໃໝ່, ພະລັງຊີວິດໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມອະນາຄົດໃຫ້ແກ່ ຈີນ ແລະ ຫວຽດນາມ.”

        ເລື່ອງການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ຢັ້ງຢືນວ່າ ປີ 2025 ແມ່ນ “ປີພົບປະແລກປ່ຽນວັດທະນະທຳມະນຸດ”, ຫັນຄວາມຮັບຮູ້ລວມກ່ຽວກັບການປັບປຸງ “ພື້ນຖານສັງຄົມໃຫ້ໝັ້ນແກ່ນກວ່າເກົ່າ” ໃນການກຳນົດທິດທາງການຮ່ວມມືໃຫ້ເປັນລະອຽດນັ້ນ, ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນອັນເປັນມູນເຊື້ອລະຫວ່າງສອງຝ່າຍໃນບັນດາຂົງເຂດໄດ້ຮັບການແຜ່ກະຈາຍຢ່າງແຮງ, ຕັ້ງໜ້າເຖິງປະຊາຊົນທຸກຊັ້ນວັນນະຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຮາເຫວີຍ ກໍຢັ້ງຢືນວ່າ:

        “ເຖິງວ່າສະພາບການພາຍນອກຈະມີການປ່ຽນແປງແນວໃດກໍຕາມ, ແຕ່ການພົວພັນສອງປະເທດຈະບໍ່ມີການປ່ຽນແປງ. ຈີນ ແລະ ຫວຽດນາມ ຍາມໃດກໍຖືການພັດທະຂອງກັນແມ່ນຜົນປະໂຫຍດຂອງຕົນເອງ. ການພົວພັນສະຖຽນລະພາບລະຫວ່າງ ຈີນ ແລະ ຫວຽດນາມ ໄດ້ສ້າງເງື່ອນໄຂ ໃຫ້ 2 ປະເທດພັດທະນາຢ່າງມີສະຖຽນລະພາບໃນໂລກທີ່ແປປວນ. ນ້ຳໃຈນີ້ໄດ້ຮັບການແຜ່ກະຈາຍໃຫ້ປະຊາຊົນທຸກຊັ້ນວັນນະຂອງສອງປະເທດ.”

        ໃນສະພາບການນັ້ນ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເສີມກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ພ້ອມກັບ ຈີນ ແລະ ບັນດາການນຳໂລກຊອກຫາບັນດາມາດຕະການຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຮັບປະກັນການພັດທະນາແບບຍືນຍົງ, ກວມລວມ ຕໍ່ໜ້າບັນດາການແປປວນ, ຄວາມຂາດສະຖຽນລະພາບ, ບໍ່ເປັນປົກກະຕິຂອງສະພາບການສາກົນ ແລະ ເສດຖະກິດທົ່ວໂລກ./.


top