ຂ່າວສານ

ສ້າງທ່ວງທ່າ ແລະ ກຳລັງໜູນໃໝ່ໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ນີ້ແມ່ນກອງປະຊຸມຄັ້ງທີ 2 ກ່ຽວກັບການພັດທະນາເຂດ ເຊິ່ງກົມການເມືອງ, ຄະນະເລຂາຈັດຂຶ້ນໃນເດືອນ ເມສາ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການພັດທະນາທ່າແຮງຂອງເຂດໃຫ້ເປັນຢ່າງດີທີ່ສຸດ ເພື່ອສ້າງເຂດພັດທະນາໃໝ່.

ນີ້ແມ່ນກອງປະຊຸມຄັ້ງທີ 2 ກ່ຽວກັບການພັດທະນາເຂດ ເຊິ່ງກົມການເມືອງ, ຄະນະເລຂາຈັດຂຶ້ນໃນເດືອນ ເມສາ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການພັດທະນາທ່າແຮງຂອງເຂດໃຫ້ເປັນຢ່າງດີທີ່ສຸດ ເພື່ອສ້າງເຂດພັດທະນາໃໝ່.

    

ກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍມະຕິເລກທີ 13 (ສະບັບອອກວັນທີ 02 ເມສາ 2022)

ວັນທີ 22 ເມສາ, ຢູ່ ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາໄດ້ຈັດກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍມະຕິເລກທີ 13 (ສະບັບອອກວັນທີ 02 ເມສາ 2022) ກ່ຽວກັບທິດທາງພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນກອງປະຊຸມຄັ້ງທີ 2 ກ່ຽວກັບການພັດທະນາເຂດ ເຊິ່ງກົມການເມືອງ, ຄະນະເລຂາຈັດຂຶ້ນໃນເດືອນ ເມສາ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການພັດທະນາທ່າແຮງຂອງເຂດໃຫ້ເປັນຢ່າງດີທີ່ສຸດ ເພື່ອສ້າງເຂດພັດທະນາໃໝ່, ເພີ່ມກຳລັງແຮງໃຫ້ແກ່ການພັດທະນາປະເທດຊາດ.

        ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 6 ເຂດຂອງ ຫວຽດນາມ ໄດ້ແບ່ງຕາມພູມສາດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ເຂດລວມມີ 13 ແຂວງ, ນະຄອນ ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ ກໍຄືສິ່ງທ້າທາຍທີ່ເປັນເອກະລັກສະເພາະ, ປະກອບ 12% GDP ຂອງທົ່ວປະເທດ, ແມ່ນເຂດຈຸດສຸມກ່ຽວກັບການຜະລິດກະສິກຳ, ສິນໃນນ້ຳ.

ພັດທະນາລະບົບຊີວະພາບອະລິຍະທຳ ແລະ ຍືນຍົງ

        ມະຕິເລກທີ 13 ຂອງກົມການເມືອງຊຸດທີ XIII ກຳກົດວ່າ ຮອດປີ 2030 ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກາຍເປັນສູນເສດຖະກິດກະສິກຳຂຽວ, ຜະລິດສິນຄ້າຂະໜາດໃຫຍ່, ຄຸນນະພາບເພີ່ມຂຶ້ນລະດັບໂລກ, ສ່ວນຮອດປີ 2045 ແມ່ນກາຍເປັນເຂດພັດທະນາທັນສະໄໝ, ຊີວະພາບ, ສີວິໄລ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດແມ່ນ້ຳລຳເຊ. ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ມະຕິໄດ້ເນັ້ນໜັກເຖິງລັກສະນະຮ່ວມສຳພັນເຂດ ແລະ ພັດທະນາທ່າແຮງສະເພາະຂອງແຕ່ລະທ້ອງຖິ່ນຄື: ອານຢາງ, ດົ່ງທາບ ແມ່ນເຂດຈຸດສຸມວັດຖຸດິບສິນໃນນ້ຳໃນນ້ຳຈືດ. ກຽນຢາງ, ກ່າເມົາ, ຊອກຈັງ ຕິດພັນກັບວັດຖຸດິບສິນໃນນ້ຳເຂດແຄມທະເລ. ຕ່ຽນຢາງ, ເບັນແຈ ຕິດພັນກັບໝາກໄມ້, ພືດຜັກ. ເກິນເທີ ແມ່ນສູນລວມຕິດພັນກັບການບໍລິການ logistic ຢູ່ ເຮົ້າຢາງ. ທ່ານ ເຈິ່ນຕວນແອັງ, ຫົວໜ້າຄະນະເສດຖະກິດສູນກາງພັກ, ໃຫ້ຮູ້ວ່າ:

“ກົມການເມືອງໄດ້ວາງສະອອກທັດສະນະກຳນົດທິດ ແລະ ໜ້າທີ່ມາດຕະການແກ້ໄຂໃໝ່, ມີລັກສະນະບຸກທະລຸໃຫ້ແກ່ການພັດທະນາຂອງເຂດໃນໄລຍະຈະມາເຖິງ, ສະແດງໃຫ້ເຫັນຢູ່ບາງຈຸດພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ກາຍເປັນເຂດພັດທະນາລະບົບຊີວະພາບສີວິໄລ ແລະ ຍືນຍົງ, ຖືມະນຸດເປັນໃຈກາງ ແລະ ຊັບພະຍາກອນນ້ຳແມ່ນປັດໃຈແກ່ນສານ, ເຄົາລົບກົດເກນຂອງທຳມະຊາດ ເໝາະສົມກັບເງື່ອນໄຂ, ລັກສະນະຂອງເຂດ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕ”.

        ໃນມະຕິເລກທີ 13, ກົມການເມືອງໄດ້ຊີ້ແຈ້ງບັນດາສາຍເຫດພາວະວິໄສ ແລະ ອັດຕະວິໄສ ເຊິ່ງເຮັດໃຫ້ການພັດທະນາເຂດໃນໄລຍະຜ່ານມາຍັງບໍ່ບັນລຸໄດ້ດັ່ງຄວາມປາດຖະໜາ. ກ່ຽວກັບສາຍເຫດພາວະວິໄສ, ມີສາຍເຫດຍ້ອນການປ່ຽນແປງຂອງດິນຟ້າອາກາດ, ນ້ຳເຄັມຊຶມເຮັດໃຫ້ປ່ຽນກະແສນ້ຳໄຫຼຂອງແມ່ນ້ຳຂອງ. ກ່ຽວກັບອັດຕະວິໄສ, ແມ່ນແນວຄິດຮ່ວມສຳພັນເຂດ, ກົນໄກສົມທົບການເຊື່ອມຕໍ່ ເຂດຍັງບໍ່ທັນບັນລຸປະສິດທິຜົນ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຕໍ່ການພັດທະນາລວມຂອງປະເທດຊາດ ແລະ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິສະບັບໃໝ່ຂອງກົມການເມືອງ ກ່ຽວກັບທິດທາງພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແມ່ນມີຄວາມຈຳເປັນທີ່ສຸດ, ມີຄວາມໝາຍສຳຄັນເພື່ອແນໃສ່ສ້າງບາດກ້າວພັດທະນາຢ່າງໄວ ແລະ ຍືນຍົງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນໄລຍະຈະມາເຖິງ.

ຄວາມເຊື່ອໝັ້ນທີ່ມີຕໍ່ການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

        ບົນພື້ນຖານວິໄສທັດໄລຍະຍາວຂອງ ມະຕິເລກທີ 13, ບັນດາທ້ອງຖິ່ນໃນເຂດກໍ່ຄືບັນດາກະຊວງ, ຂະແໜງການ ຈະກຳນົດມາດຕະການຢ່າງລະອຽດ ເພື່ອນຳການເຕີບໂຕເສດຖະກິດຂອງເຂດພັດທະນາໄວກ່ວາ ເທື່ອລະກ້າວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ ແລະ ສົມກັບທີ່ຕັ້ງສຳຄັນຂອງເຂດ. ທ່ານ ເລກວາງແມ້ງ, ເລຂາຄະນະພັກນະຄອນ ເກິ່ນເທີ ຖືວ່າ:

        ເລື່ອງກົມການເມືອງປະກາດໃຊ້ມະຕິເລກທີ 13 ແມ່ນສຳຄັນທີ່ສຸດ, ສ້າງການຫັນປ່ຽນໃໝ່ຂະໜາດໃຫຍ່ໃຫ້ແກ່ເສັ້ນທາງພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທົ່ວທັງເຂດມີການກຳນົດແຜນສັງລວມ, ຍຸດທະສາດລວມ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດກໍ່ຖືຂອງແຕ່ລະທ້ອງຖິ່ນ ໃຫ້ດີທີ່ສຸດ.

        ຕາມທ່ານ ເຈິ່ນງອກຕາມ, ປະທານຄະນະກຳມະການປະຊາຊົນ ແຂວງເບັ້ນແຈ ແລ້ວ, ການລົງທຶນພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມ ເຂດທົ່ງພຽງແມ່ນ້ຳ ຂອງທາງພາກໃຕ້ ຫວຽດນາມ ແມ່ນມີຄວາມຈຳເປັນທີ່ສຸດ, ຕອບສະໜອງຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ເປັນກຳລັງໜູນເພື່ອຊຸກຍູ້ເສດຖະກິດພັດທະນາ. ທ່ານ ເຈິ່ນງອກຕາມ ສະແດງວ່າ:

        ລົງທຶນໃສ່ການຄົມມະນາຄົມທີ່ເປັນຈຸດສຸມໃນເຂດແມ່ນຖືກຕ້ອງທີ່ສຸດເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງທົ່ວເຂດ. ຜ່ານລະບົບເຊື່ອມຕໍ່ຄົມມະນາຄົມ, ແຂວງເບັ້ນແຈ ກໍ່ຄືບັນດາ ເຂດແຄມຝັ່ງທະເລ ທາງທິດຕາເວັນອອກລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດ. ພິເສດແມ່ນເສັ້ນທາງຫຼວງ ເລກ 60 ແລະ ເລກ1 ກໍ່ຄືເສັ້ນທາງຄວາມໄວສູງ, ໃນອະນາຄົດແຂວງ ເບັ້ນແຈ ຈະດຶງດູດນັກລົງທຶນໄດ້ຫຼາຍກ່ວາ.

ທ່ານ ງຽມຊວັນແທັງ, ເລຂາຄະນະພັກ ແຂວງເຮົ້າຢາງ ແບ່ງປັນວ່າ:


ມະຕິເລກທີ 13 ໄດ້ຊີ້ອອກການບໍລິການພັດທະນາ Logictis ຢູ່ເຮົ້າຢາງ ຕິດພັນກັບສູນສັງລວມຢູ່ ນະຄອນເກິ່ນເທີ. ນີ້ແມ່ນການກຳນົດທິດ ແລະ ເປັນພື້ນຖານສຳຄັນເພື່ອໃຫ້ ແຂວງເຮົ້າຢາງ ສຸມໃສ່ປັບປຸງພື່ນຖານໂຄງລ່າງພັດທະນາການບໍລິການ logictis ໃນໄລຍະໃໝ່. ເຮົ້າຢາງ ຈະສຸມໃສ່ເພີ່ມທະວີການຮ່ວມສຳພັນເຂດ, ລະຫວ່າງເຂດ, ສ້າງບໍລິເວນເພື່ອພັດທະນາການບໍລິການ Logictis ບໍ່ພຽງແຕ່ໃຫ້ແຂວງເຮົ້າຢາງ, ນະຄອນເກິ່ນເທີ ເທົ່ານັ້ນ ຍັງຮັບໃຊ້ໃຫ້ທົ່ວທັງເຂດອີກດ້ວຍ.

        ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີບົດບາດ, ທີ່ຕັ້ງສຳຄັນພິເສດໃນການພັດທະນາປະເທດຊາດ, ບໍ່ພຽງແຕ່ເປັນເສົາຄ້ຳ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງສະບຽງອາຫານ, ການສົ່ງອອກຜະລິດຕະພັນກະເສດ ເທົ່ານັ້ນ, ແຕ່ຍັງເປັນກຳລັງໜູນຊຸກຍູ້ການ ພັດທະນາເສດຖະກິດ ຂອງ ທັງປະເທດອີກດ້ວຍ. ສະນັ້ນ, ການກຳນົດທິດໃຫຍ່ໃນມະຕິເລກທີ 13 ຂອງກົມການເມືອງ ຈະສ້າງກຳລັງໜູນທີ່ລັກສະນະບຸກທະລຸ ເພື່ອນຳເຂດດັ່ງກ່າວບື່ນຕົວຂຶ້ນຢ່າງແທດຈິງ, ກາຍເປັນເຂດພັດທະນາທັນສະໄໝ, ຊີວະພາບ, ສີວິໄລ ແລະ ຍືນຍົງທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາຂອງບັນດາທ້ອງຖິ່ນໃນເຂດ ແລະ ທົ່ວປະເທດ.

(ແຫຼ່ງຄັດຈາກ VOV)


top