ຂ່າວສານ

ສ້າງຖານຂໍ້ມູນແຫ່ງຊາດ ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນ ແລະ ແມ່ນຄວາມຮຽກຮ້ອງຕ້ອງການທີ່ບັງຄັບ, ພວມຖືກດຳເນີນໄປຢ່າງແຮງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  

ຕອນເຊົ້າວັນທີ 25 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເປັນປະທານກອງປະຊຸມສະຫລຸບ 1 ປີແຫ່ງການຜັນຂະຫຍາຍໂຄງການພັດທະນາການໝູນໃຊ້ຖານຂໍ້ມູນກ່ຽວກັບພົນລະເມືອງ, ລະຫັດຊື່ ແລະ ຢັ້ງຢືນທາງເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022 – 2025, ວິໄສທັດຮອດປີ 2030 (ແຜນຮ່າງ 06) ແລະ ສະຫລຸບແຜນການເຄື່ອນໄຫວປີ 2022, ຜັນຂະຫຍາຍບັນດາໜ້າທີ່ຂອງປີ 2023 ແລະ ໃນໄລຍະຈະມາເຖິງຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ. ກອງປະຊຸມຖືກຈັດຂຶ້ນ ແບບເຊິ່ງໜ້າ ສົມທົບກັບແບບທາງໄກ ທີ່ສຳນັກງານລັດຖະບານ ແລະ ບັນດາສຳນັກງານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນ ແລະ ແມ່ນຄວາມຮຽກຮ້ອງຕ້ອງການທີ່ບັງຄັບ, ພວມຖືກດຳເນີນໄປຢ່າງແຮງ, ເລິກເຊິ່ງ, ກ້ວາງຂວາງ; ພັກ, ລັດຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ  ພ້ອມກັບການເຊື່ອມຕໍ່,ຂຸດຄົ້ນ, ຂໍ້ມູນແມ່ນປັດໄຈສຳຄັນໃນການຫັນເປັນດີຈີຕອນ. ດັ່ງນັ້ນຄວນສ້າງຖານຂໍ້ມູນແຫ່ງຊາດ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ທຸກໆນະໂຍບາຍຕ້ອງມຸ່ງໄປເຖິງປະຊາຊົນ ແລະ ປະຊາຊົນຕ້ອງເຂົ້າຮ່ວມຂະບວນວິວັດນີ້.

 


top