ຂ່າວສານ

ສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ

      ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ແລະ 45 ກຸ່ມສະມາຊິກລັດຖະສະພາມິດຕະພາບ ໄດ້ສວມບົດບາດສຳຄັນເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາບັນດາປະເທດ
ສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ
(ພາບ: quochoi.vn)
      ຕອນຄ່ຳວັນທີ 08 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີປະກາດມະຕິສະບັບຕ່າງໆຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ,  ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ: ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ແລະ 45 ກຸ່ມສະມາຊິກລັດຖະສະພາມິດຕະພາບ ໄດ້ສວມບົດບາດສຳຄັນເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາບັນດາປະເທດ, ກຳນົດທີ່ຕັ້ງຂອງສະພາແຫ່ງຊາດ ຫວຽດນາມ ໃນພື້ນຖານການທູດລັດຖະສະພາໂລກ, ຜ່ານນັ້ນ ກໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ກັບບັນດາປະເທດ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ, ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ, ແລະ ກຸ່ມລັດຖະສະພາມິດຕະພາບ ຈະສວມບົດບາດເປັນຂົວເຊື່ອມຕໍ່ຢ່າງຕັ້ງໜ້າລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາບັນດາປະເທດ.
        ກຖ່ມສະມາຊິກສະພາແຫ່ງຊາດຍິງ ແລະ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຍິງ, ສະມາຊິກສະພາແຫ່ງຊາດໜຸ່ມ ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວິວັດແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດ, ພິເສດແມ່ນໃນຂົງເຂດທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ, ນະໂຍບາຍໃຫ້ແກ່ໄວໜຸ່ມ…
(ແຫຼ່ງຄັດຈາກ VOV)


top