ຂ່າວສານ

ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ

ຄະນະໃຫ້ຄໍາປຶກສາດ້ານກົດໝາຍດັ່ງກ່າວ ມີໜ້າທີ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ໃນກໍລະນີເຮັດລະບຽບການຂໍອະນຸຍາດພັກເຊົາຊົ່ວຄາວ ຫຼື ພັກເຊົາໄລຍະຍາວ, ຂໍຖືສັນຊາດລາວ, ເຮັດວຽກ, ດໍາເນີນທຸລະກິດ, ແກ້ໄຂບັນດາບັນຫາຂັດແຍ້ງກັນທາງພົນລະເຮືອນ ແລະ ອື່ນໆ ເພື່ອແນໃສ່່ຊ່ວຍພໍ່ແມ່ປະຊາຊົນມີີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ຢູ່ ລາວ.

ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ
ຫາກໍ່ ໄດ້ສ້າງຕັ້ງຢູ່ ນະຄອນຫຼວງວຽງຈັນ, ລາວ

 

ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ນະຄອນຫຼວງວຽງຈັນຂອງປະເທດລາວ ຫາກໍສ້າງຕັ້ງ ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ. ຄະນະໃຫ້ຄໍາປຶກສາດ້ານກົດໝາຍດັ່ງກ່າວ ມີໜ້າທີ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ໃນກໍລະນີເຮັດລະບຽບການຂໍອະນຸຍາດພັກເຊົາຊົ່ວຄາວ ຫຼື ພັກເຊົາໄລຍະຍາວ, ຂໍຖືສັນຊາດລາວ, ເຮັດວຽກ, ດໍາເນີນທຸລະກິດ, ແກ້ໄຂບັນດາບັນຫາຂັດແຍ້ງກັນທາງພົນລະເຮືອນ ແລະ ອື່ນໆ ເພື່ອແນໃສ່່ຊ່ວຍພໍ່ແມ່ປະຊາຊົນມີີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ຢູ່ ລາວ. ເລື່ອງສ້າງຕັ້ງຄະນະໃຫ້ຄໍາປຶກສາດັ່ງກ່າວ ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາທີີ່ມີມາແຕ່ດົນນານຂອງພໍ່ແມ່ປະຊາຊົນຊາວຫວຽດນາມທີ່ດໍາລົງຊີວິດຢູ່ລາວ, ພິເສດ, ໃນສະພາບການລັດຖະບານ ລາວ ນັບມື້ນັບປະຕິບັດບັນດາຂໍ້ກໍານົດກົດລະບຽບກ່ຽວກັບແຮງງານເຂົ້າເມືອງຢ່າງເຂັ້ມງວດ. ທ່ານ ເລດຶກແອັງ, ຫົວໜ້າຄະນະໃຫ້ຄໍາປຶກສາດ້ານກົດໝາຍປະຊາຄົມຊາວຫວຽດນາມ ອາໄສຢູ່ ວຽງຈັນ, ໃຫ້ຮູ້ວ່າ:

        “ໄລຍະຕໍ່ໄປ, ຄະນະໃຫ້ຄໍາປຶກສາ ຈະສ້າງຕັ້ງການພົວພັນກັບບັນດາອົງການຈັດຕັ້ງຂອງລາວ ເພື່ອກໍາໄດ້ບັນດາຂັ້ນຕອນ, ລະບຽບທາງກົດໝາຍ ທີ່ກ່ຽວຂ້ອງເຖິງພໍ່ແມ່ປະຊາຊົນເວົ້າລວມ ແລະ ບັນດາຄວາມຕ້ອງການແກ້ໄຂກ່ຽວກັບລະບຽບການ, ສໍາເນົາເອກະສານອື່ນໆ ທີ່ກ່ຽວຂ້ອງເຖິງປະຊາຄົມເວົ້າສະເພາະ, ສ້າງເຄື່ອນໄຂຊ່ວຍບັນດາພໍ່ແມ່ປະຊາຊົນທີ່ດໍາລົງຊີວິດ, ທໍາມາຫາກິນໃຫ້ຖືກຕ້ອງກັບບັນດາຂໍ້ກໍານົດຂອງກົດໝາຍຂອງລາວ. ສໍາຄັນທີ່ສຸດແມ່ນ ຊ່ວຍພໍ່ແມ່ປະຊາຊົນເຂົ້າໃຈໄດ້ເຖິງບັນດາຂະແໜງອາຊີບໃດ ເຊິ່ງກົດໝາຍລາວ ອະນຸຍາດໃຫ້ແຮງງານຕ່າງປະເທດ, ໃນນັ້ນມີແຮງງານຫວຽດນາມ. ເປັນແນວນັ້ນ, ພໍ່ແມ່ປະຊາຊົນ ຈິ່ງມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ ແລະ ທໍາມາຫາກິນຢູ່ລາວໄດ້”.

(ແຫຼ່ງຄັດຈາກ VOV)


top