ຂ່າວສານ

ສ້າງຊົນຊັ້ນກຳມະກອນ ຫວຽດນາມໃຫ້ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ຮັບໃຊ້ວິວັດທະນາການພັດທະນາປະເທດຊາດຢ່າງມີປະສິດທິຜົນ

ລະດັບຄວາມຮູ້ຂອງກຳມະກອນ, ຜູ້ອອກແຮງງານ ຫວຽດນາມ ໄດ້ຖືກຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງແມ່ນກຳລັງທີ່ມີຄວາມສາມາດປະດິດຄິດສ້າງໃນການຜະລິດ ແລະ ຊີວິດສັງຄົມ.

ໂດຍກຳນົດແຈ້ງບົດບາດ ແລະ ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ, ນັບແຕ່ເມື່ອສ້າງຕັ້ງ, ພັກກອມມູນິດ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາສ້າງ ແລະ ພັດທະນາຊົນຊັ້ນກຳມະກອນ. ປະຈຸບັນ, ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພ້ອມກັບການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນສະພາບການສາກົນລ່ວງໜ້າໄດ້ນັ້ນ, ພັກ ແລະ ລັດໄດ້ສຸມໃສ່ຍູ້ແຮງວຽກງານສ້າງ ແລະ ພັດທະນາຊົນຊັ້ນກຳມະກອນດ້ວຍຫຼາຍແຜນຮ່າງ, ແຜນການ ແລະ ມາດຕະການແກ້ໄຂຢ່າງກວ້າງຂວາງ, ນຳມາເຊິ່ງປະສິດທິຜົນແທດຈິງຢ່າງໃຫຍ່ຫຼວງ.

     ໄປພ້ອມກັບການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງຂອງ ຫວຽດນາມ, ຊົນຊັ້ນກຳມະກອນ ຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ນັບທັງຈຳນວນສະມາຊິກ ແລະ ຄຸນນະພາບ, ນັບມື້ນັບສວມບົດບາດໃຫຍ່ຫຼວງໃນທຸກຂົງເຂດຂອງຊີວິດສັງຄົມ.

ຊົນຊັ້ນກຳມະກອນ ຫວຽດນາມ ເຕີບໃຫຍ່ຢ່າງບໍຸ່ດຢັ້ງ

ມາຮອດປະຈຸບັນ, ຈຳນວນກຳມະກອນ, ຜູ້ອອກແຮງງານຢູ່ ຫວຽດນາມ ມີທັງໝົດປະມານເກືອບ 17 ລ້ານຄົນ (ເມື່ອທຽບໃສ່ປະມານ 200.000 ຄົນໃນຈຸດເວລາຂອງປີ 1946), ເຂົ້າຮ່ວມໃນທຸກພາກສ່ວນເສດຖະກິດ, ຂະແໜງການ, ອາຊີບ, ຂົງເຂດການຜະລິດ, ດຳເນີນທຸລະກິດ, ການບໍລິການ. ລະດັບຄວາມຮູ້ຂອງກຳມະກອນ, ຜູ້ອອກແຮງງານ ຫວຽດນາມ ໄດ້ຖືກຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງແມ່ນກຳລັງທີ່ມີຄວາມສາມາດປະດິດຄິດສ້າງໃນການຜະລິດ ແລະ ຊີວິດສັງຄົມ, ສາມາດປັບຕົວເຂົ້າກັບກົນໄກໃໝ່ ແລະ ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີທັນສະໄໝ. ກຳມະກອນ, ຜູ້ອອກແຮງງານເກືອບທັງໝົດມີຄຸນສົມບັດດ້ານການເມືອງ ແລະ ຄຸນນະທາດໝັ້ນຄົງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ບົດບາດຄຸ້ມຄອງຂອງລັດ.

ພິເສດ, ກຳມະກອນ, ຜູ້ອອກແຮງງານ ຍາມໃດກໍ່ແມ່ນກຳລັງເດັດດ່ຽວສະໜັບສະໜູນ ແລະ ນຳໜ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ ໂດຍພັກປຸກລະດົມ ແລະ ນຳພາ (ແຕ່ປີ 1986); ແມ່ນປັດໄຈສຳຄັນເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ. ທ່ານສາດສະດາຈານ, ປະລິນຍາເອກ ຟ້າມຮົ່ງຕຸງ, ຫົວໜ້າສະຖາບັນ ຫວຽດນາມ ວິທະຍາ ແລະ ວິທະຍາສາດພັດທະນາ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຢືນຢັນວ່າ:

ຊົນຊັ້ນກຳມະກອນ ຫວຽດນາມ ສືບຕໍ່ແມ່ນກຳລັງສັງຄົມນຳໜ້າແມ່ນກຳລັງດີເດັ່ນທີ່ສຸດໃຫ້ແກ່ວິວັດການປະຫວັດສາດຂອງຊາດ ຫວຽດນາມ ກ້າວຂຶ້ຫັນເປັນທັນສະໄໝເປັນເຈົ້າເຕັກໂນໂລຊີວິທະຍາສາດກ້າວໜ້າທີຸ່ດຂອງໂລກ ເພື່ອປະຕິບັດຄວາມຄາດຫວັງປະເທດເຂັ້ມແຂແຮງກ້າຂອງຊາດ ຫວຽດນາມ”.

ສືບຕໍ່ສ້າງຊົນຊັ້ນກຳມະກອນ ຫວຽດນາມ ທັນສະໄໝໝັ້ນຄົງເຂັ້ມແຂງ.

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ປີ 2021) ໄດ້ກຳນົດຈະແຈ້ງເປົ້າໝາຍ, ໜ້າທີ່ສ້າງຊົນຊັ້ນກຳມະກອນ ຫວຽດນາມ ໃຫ້ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ; ຖືນີ້ແມ່ນປັດໄຈສຳຄັນເພື່ອປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ຄວາມຄາດຫວັງຂອງປະເທດຊາດຮັ່ງມີເຂັ້ມແຂງ, ມີຄວາມຜາສຸກ. ນັບແຕ່ນັ້ນມາ, ມີຫຼາຍແຜນຮ່າງ, ມາດຕະການແກ້ໄຂກ່ຽວກັບການປະຕິບັດເປົ້າໝາຍ, ໜ້າທີ່ຍຸດທະສາດດັ່ງກ່າວເຊິ່ງໄດ້ຕັ້ງໜ້າຜັນຂະຫຍາຍຢູ່ທຸກຂັ້ນ, ທຸກຂະແໜງການ, ຂົງເຂດ ແລະ ທົ່ວສັງຄົມ.  ທ່ານນາງຮອງສາດສະດາຈານ, ປະລິນຍາເອກ ໂດ້ທິແທັກ, ອະດີດຫົວໜ້າສະຖາບັນລັດທິສັງຄົມນິຍົມວິທະຍາ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ), ເນັ້ນໜັກວ່າ:

ຕ້ອງຍົກສູງຄວາມຮັບຮູ້ຢືດໝັ້ນທັດສະນະທີ່ວ່າ ຊົນຊັ້ນກຳມະກອແມ່ນຊົນຊັ້ນນຳໜ້ານຳພາການປະຕິວັດຂອງຕົນແມ່ນພັກກອມມູນິດ ຫວຽດນາມປະຕິບັດຍຸດທະສາດສ້າງຊົນຊັ້ນກຳມະກອນໃຫ້ເຕີບໂຫຍ່ ຕ້ອງຕິດພັນກັບຍຸດທະສາດພັດທະນາເສດຖະກິດ - ສັງຄົມຫັນປະເທດຊາດເປັນອຸດສາຫະກຳທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຖ້າຫາກບໍ່ຕິດພັນກັບການພັດທະນາເສດຖະກິດສັງຄົມ ຊົນຊັ້ນກຳມະກອນຈະບໍ່ມີເງື່ອນໄຂຢ່າງພຽງພໍເພື່ອເສີມຂະຫຍາຍບົດບາດເປັນແກ່ນສານຂອງຕົນ.

ພ້ອມກັນນັ້ນ, ຕ້ອງຕັ້ງໜ້າເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈຂອງກຳມະກອນ, ຜູ້ອອກແຮງງານ, ເພື່ອໃຫ້ກຳມະກອນ, ຜູ້ອອກແຮງງານມີຄວາມອຸ່ນອຽນໃຈປະກອບສ່ວນ, ມີຄວາມສຸດຈິດສຸດໃຈຕໍ່ພາລະກຳປະຫວັດສາດຂອງຕົນ. ທ່ານຮອງສາດສະດາຈານ ເຢືອງວັນຊາວ, ມະຫາວິທະຍາໄລກຳມະບານ, ຖືວ່າ:

ໃນບັນຫາສ້າງຊົນຊັ້ນກຳມະກອນຕ້ອງເຮັດແນວໃດເພື່ອຮັບຮອງເອົານະໂຍບາຍສ້າງກຳລັງໜູນໃຫ້ແກ່ອົງການກຳມະບານ ເຄື່ອນໄຫວຢ່າງມີປະສິທິຜົນຄື ບັນດານະໂຍບາຍກ່ຽວກັບວຽກເຮັດງານທຳ, ນະໂຍບາຍເງິນເດືອນ, ນະໂຍບາຍປະກັນສັງຄົມນະໂຍບາຍໜູນຊ່ວຍສັງຄົມນະໂຍບາຍສະຫວັດດີການສັງຄົມ ແລະ ນະໂຍບາຍສົ່ງເສີມສັງຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງກຳມະກອນຜູ້ອອກແຮງງານ…”

ການສ້າງຊົນຊັ້ນກຳມະກອນໃຫ້ພັດທະນາທັນສະໄໝ, ໝັ້ນຄົງເຂັ້ມແຂງ ບໍ່ພຽງແຕ່ແມ່ນນະໂຍບາຍໜູນຊ່ວຍສັງຄົມ, ຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນການຮັບປະກັນແຫຼ່ງກຳລັງ ແລະ ກຳລັງໜູນຕັດສິນຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການໃໝ່, ພິເສດແມ່ນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ດຳເນີນໄປຢ່າງເຂັ້ມແຂງ ແລະ ສະພາວະການເມືອງທົ່ວໂລກພວມມີການປ່ຽນແປງທີ່ຍາກຈະຄາດຄະເນໄດ້./.

 


top