ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ມະຕິຈະປະກອບສ່ວນສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ
ພິທີປະກາດໝາກຜົນການຈັດອັນດັບ (ພາບ: VNA )
ຕອນບ່າຍວັນທີ 11 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຈັດພິທີປະກາດໝາກຜົນການຈັດອັນດັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026). ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາກົນ (IMD), ສະວິດ ປະຕິບັດ.
ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ເຂົ້າຮ່ວມ WDAIR 2026 ແລະ ໄດ້ລອດເຂົ້າກຸ່ມ 50 ພື້ນຖານເສດຖະກິດຢັນອັນດັບແຖວໜ້າໂລກ, ຢືນອັນດັບທີ 3 ຢູ່ ອາຊີຕາເວັນອອກສຽງໃຕ້. ໝາກຜົນນີ້ໄດ້ຮັບຮູ້ຄວາມພະຍາຍາມຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນດີຈີຕອນ ແລະ ການນຳໃຊ້ປັນຍາປະດິດ (AI). ໂດຍຕີລາຄາວ່າ ນີ້ແມ່ນສັນຍານທີ່ຕັ້ງໜ້າໃນການປະຕິບັດມະຕິສູນກາງເລກທີ 57 ກ່ຽວກັບການບຸກທະລຸໃນການພັດທະນາວິທະຍາສາດ -ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ, ທ່ານ ໂຮ່ກວກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ເນັ້ນໜັກວ່າ:
ການກະທຳຢ່າງຂ້ຽວຂາດ, ແທດຈິງ, ສ້າງການຫັນປ່ຽນທີ່ຊັດເຈນ ແລະ ບັນລຸໝາກຜົນທີ່ສາມາດວັດແທກໄດ້. ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ້ອງສຸມໃສ່ຍົກສູງຄຸນນະພາບລະບອບລະບຽບການ, ປະສິດທິພາບການປະຕິບັດ ແລະ ຄຸນນະພາບການຄຸ້ມຄອງ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສະໜອງການບໍລິການສາທາລະນະທາງອອນລາຍ, ເຊື່ອມຕໍ່, ແບ່ງປັນ ແລະ ນຳໃຊ້ຂໍ້ມູນຄືນໃໝ່; ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ AI ເຂົ້າໃນການຜະລິດ, ດຳເນີນທຸລະກິດ.