ຂ່າວສານ

ສ້າງກົດໝາຍວ່່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ ໃຫ້ສົມບູນແບບ ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ

      ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 15 ພະຈິກ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ).

ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: ສູນສື່ມວນຊົນສະພາແຫ່ງຊາດ)
      ໃນໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ: ເປົ້າໝາຍຂອງການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍວິສາຫະກິດ ແມ່ນເພື່ອແນໃສ່ສ້າງກອບນິຕິກໍາກ່ຽວກັບການຈັດຕັ້ງ, ບໍລິຫານວິສາຫະກິດໃຫ້ ບັນລຸມາດຕະຖານຂອງພາກພື້ນ ແລະ ສາກົນ; ຊຸກຍູ້ການພັດທະນາວິສາຫະກິດ, ດຶງດູດແຫລ່ງທຶນຮອນ, ແຫລ່ງກໍາລັງ ເຂົ້າຮ່ວມການຜະລິດດໍາເນີນທຸລະກິດ; ປະກອບສ່ວນຍົກສູງຄຸນນະພາບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ. ທ່ານກ່າວວ່າ:
        ສ້າງຄວາມສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວສ້າງຕັ້ງ ແລະ ຈົດທະບຽນວິສາຫະກິດ; ຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາໃນການເລີ່ມດໍາເນີນທຸລະກິດ; ປະກອບສ່ວນຍົກອັນດັບດັດຊະນີເລີ່ມດໍາເນີນທຸລະກິດຂຶ້ນ ຢ່າງໜ້ອຍແມ່ນ 25 ຂັ້ນ, ຕາມການຈັດອັນດັບຂອງທະນາຄານໂລກ. ຍົກສູງປະສິດທິຜົນຂອງກົນໄກປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດານັກລົງທຶນ, ຜູ້ຖືຫຸ້ນ ແລະ ສະມາຊິກຂອງວິສາຫະກິດ; ຊຸກຍູ້ການບໍລິຫານວິສາຫະກິດໃຫ້ບັນລຸມາດຕະຖານຕາມທໍານຽມໃຫ້ເປັນຢ່າງດີ ແລະ ມີການເຜີຍແຜ່ໃນພາກພື້ນ ແລະ ສາກົນ; ຍົກອັນດັບດັດຊະນີປົກປ້ອງນັກລົງທຶນຂຶ້ນ ຢ່າງໜ້ອຍແມ່ນ 20 ຂັ້ນ ຕາມການຈັດອັນດັບຂອງທະນາຄານໂລກ”.
 (ແຫຼ່ງຄັດຈາກ VOV)

top