ຂ່າວສານ

ສ້າງກຳລັງຫນູນໃໝ່ແກ່ສາຍພົວພັນຮ່ວມມື ຫວຽດນາມ-ຊູແອດ

      ໂດຍຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີຊູແອດ Stefan Lofven, ແຕ່ວັນທີ 26 ຫາວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ລາຊະອານາຈັກຊູແອດຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ
      ໃນສະພາວະທີ່ສາຍພົວພັນລະຫວ່າງຫວຽດນາມ-ຊູແອດພວມດີງາມນັ້ນ, ການຢ້ຽມຢາມຊູແອດ ຈະສ້າງກຳລັງຫນູນໃໝ່ແກ່ສາຍພົວພັນຄູ່ຮ່ວມມືແບບສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ, ນຳສາຍພົວພັນຮ່ວມມື ຫວຽດນາມ-ຊູແອດ ຂຶ້ນສູ່ລະດັບສູງໃໝ່. 
(ແຫຼ່ງຄັດຈາກ VOV)


top