ເຫດການຕ້ອງສ້າງຂີດໝາຍທີ່ເຂັ້ມຂຸ້ນຂອງ ຫວຽດນາມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: TTXVN)
ຕ້ອງສ້າງກາໝາຍ APEC ຫວຽດນາມ 2027 ໂດຍໄວ. ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການແຫ່ງຊາດ APEC (ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ) 2027, ຈັດຂຶ້ນໃນຕອນເຊົ້າວັນທີ 21 ສິງຫາ, ຢູ່ສຳນັກງານລັດຖະບານ.
ທີ່ວາລະປະຊຸມ, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ເລື່ອງເປັນເຈົ້າພາບຈັດປິ APEC 2027 ແມ່ນໜ້າທີ່ການເມືອງ, ການທູດສຳຄັນແຖວໜ້າ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ຢືນຢັນທີ່ຕັ້ງຍຸດທະສາດດ້ານເສດຖະກິດ, ການຄ້າໃນການກຳນົດຄວາມເປັນລະບຽບຮຽບຮ້ອຍຂອງເສດຖະກິດສາກົນໃໝ່. ສະນັ້ນ, ເຫດການຕ້ອງສ້າງຂີດໝາຍທີ່ເຂັ້ມຂຸ້ນຂອງ ຫວຽດນາມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ອາຊີ - ປາຊິຟິກ.