ຂ່າວສານ

ສ້າງການຜັນປ່ຽນໃໝ່, ມີລັກສະນະກະໂດດຂັ້ນໃນການພັດທະນາເຂດພູດອຍ ແລະ ເຂດທົ່ງພຽງພາກເໜືອ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ເຂດພູດອຍ ແລະ ເຂດທົ່ງພຽງພາກເໜືອ ແມ່ນເຂດຍຸດທະສາດມີຄວາມສຳຄັນເປັນພິເສດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງທັງປະເທດ; ເປັນປະຕູເຂົ້າ-ອອກທາງທິດຕາເວັນຕົກ ແລະ ທາງທິດເໜືອຂອງ ຫວຽດນາມ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: TTXVN)  

 ຕອນເຊົ້າວັນທີ 15 ເມສາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມທົ່ວປະເທດຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 11 ຂອງ ກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດພູດອຍ ແລະ ເຂດທົ່ງພຽງພາກເໜືອ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ເຂດພູດອຍ ແລະ ເຂດທົ່ງພຽງພາກເໜືອ ແມ່ນເຂດຍຸດທະສາດມີຄວາມສຳຄັນເປັນພິເສດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງທັງປະເທດ; ເປັນປະຕູເຂົ້າ-ອອກທາງທິດຕາເວັນຕົກ ແລະ ທາງທິດເໜືອຂອງ ຫວຽດນາມ. ເພື່ອປະຕິບັດມະຕິຂອງກົມການເມືອງໃນຄັ້ງນີ້ໃຫ້ມີປະສິດທິຜົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

ຕ້ອງເພີ່ມທະວີການໜູນຊ່ວຍຈາກສູນກາງ, ການຮ່ວມມື, ຊ່ວຍເຫຼືອຂອງທ້ອງຖິ່ນຕ່າງໆໃນທົ່ວປະເທດເພື່ອພັດທະນາເສດຖະກິດຂອງເຂດພູດອຍ ແລະ ເຂດທົ່ງພຽງພາກເໜືອໂດຍໄວ ແລະ ຍືນຍົງກວ່າ; ຊຸກຍູ້ການເຕີບໂຕເສດຖະກິດຂອງເຂດໃຫ້ບັນລຸລະດັບສູງກວ່າລະດັບສະເລ່ຍລວມຂອງທັງປະເທດ ບົນພື້ນຖານ ປ່ຽນແປງໃໝ່ຮູບແບບການເຕີບໂຕຕິດພັນກັບການຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດເຂດເທື່ອລະກ້າວ”.


top