ຂ່າວສານ

ສ້າງກະສິກຳຊີວະພາບ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ

ມີ 1.600 ກວ່າຄຳຖາມ, ຂໍ້ສະເໜີແນະຂອງຊາວກະສິກອນ, ບັນດາສະຫະກອນ, ວິສາຫະກິດ ແລະ ນັກວິທະຍາສາດໄດ້ສົ່ງເຖິງທ່ານນາຍົກລັດຖະມົນຕີ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ເພື່ອວິໄສທັດນຳຂະແໜງກະສິກຳຂອງ ຫວຽດນາມ.

ມີ 1.600 ກວ່າຄຳຖາມ, ຂໍ້ສະເໜີແນະຂອງຊາວກະສິກອນ, ບັນດາສະຫະກອນ, ວິສາຫະກິດ ແລະ ນັກວິທະຍາສາດໄດ້ສົ່ງເຖິງທ່ານນາຍົກລັດຖະມົນຕີ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ເພື່ອວິໄສທັດນຳຂະແໜງກະສິກຳຂອງ ຫວຽດນາມ.

 

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຊາວກະສິກອນ

ເພື່ອເປົ້າໝາຍກໍ່ສ້າງພື້ນຖານກະສິກຳຊີວະພາບ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ, ກອງປະຊຸມເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກັບຊາວກະສິກອນໃນທົ່ວປະເທດ ຫາກໍ່ດຳເນີນໃນວັນທີ 29 ພຶດສະພາ 2022, ຢູ່ນະຄອນ ເຊີນລາ, ແຂວງ ເຊີນລາ. ມີ 1.600 ກວ່າຄຳຖາມ, ຂໍ້ສະເໜີແນະຂອງຊາວກະສິກອນ, ບັນດາສະຫະກອນ, ວິສາຫະກິດ ແລະ ນັກວິທະຍາສາດໄດ້ສົ່ງເຖິງທ່ານນາຍົກລັດຖະມົນຕີ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ເພື່ອວິໄສທັດນຳຂະແໜງກະສິກຳຂອງ ຫວຽດນາມ ນອນໃນ top ບັນດາປະເທດແຖວໜ້າໂລກ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕີລາຄາສູງຈິດໃຈ, ຄວາມກະຕືລືລົ້ນ, ໜ້າທີ່ຄວາມຮັບຜິດຊອບ, ກົງໄກກົງມາ, ຊື່ຕົງຂອງບັນດາຜູ້ຕາງໜ້າຊາວກະສິກອນ, ນັກຊ່ຽວຊານ, ວິສາຫະກິດ, ພິເສດແມ່ນບັນດາບັນຫາທີ່ໄດ້ປຶກສາຫາລືແມ່ນແທດຈິງສຳລັບການພັດທະນາຂອງກະສິກຳ, ຊົນນະບົດ ແລະ ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນໃນປະຈຸບັນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ພັກ, ລັດ ຍາມໃດກໍ່ມີທັດສະນະຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ແຜນນະໂຍບາຍສຳຄັນ, ຍຸດທະສາດ, ຢືນຢັນບົດບາດ, ທີ່ຕັ້ງຂອງກະສິກຳ, ຊົນນະບົດ, ຊາວກະສິກອນໃນວິວັດການພັດທະນາປະເທດຊາດ, ໃນນັ້ນ ພົ້ນເດັ່ນຂຶ້ນແມ່ນມະຕິກອງປະຊຸມສູງການພັກຄັ້ງທີ 7, ຊຸດທີ X ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຊີ້ແຈ້ງວ່າ:

        “ໄລຍະຜ່ານມາ, ລັດຖະບານໄດ້ສະເໜີ ແລະ ພວມຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ. ໃນຈຸດເວລາປ້ອງກັນ, ຕ້ານໂລກລະບາດຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ການເຂົ້າຮ່ວມ, ຮ່ວມເດີນທາງຂອງສະພາແຫ່ງຊາດ, ລັດຖະບານໄດ້ປະກາດໃຊ້ຫຼາຍນະໂຍບາຍເງິນຕາຄື: ຫຼຸດຄ່າດອກເບ້ຍເພື່ອໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ. ພ້ອມກັນນັ້ນແມ່ນນະໂຍບາຍປິການເງິນຄື: ຫຼຸດພາສີ, ຄ່າທຳນຽມ, ຄ່າໄຟຟ້າ, ນ້ຳປະປາລົງ”.

        ໃນຕົວຈິງ, ຊຸມປີຜ່ານມາ, ກະສິກຳ ຫວຽດນາມ ໄດ້ສ້າງໂຄງປະກອບຄືນໃໝ່ຕາມທິດທັນສະໄໝ; ພັດທະນານັບທັງທາງດ້ານຂອບຂະໜາດ, ລະດັບການຜະລິດ, ຄຸນນະພາບການເຕີບໂຕ; ຕະຫຼາດຈຳໜ່າຍໄດ້ຮັບການເປີດກວ້າງ, ວົງເງິນສົ່ງອອກເພີ່ມຂຶ້ນຢ່າງແຮງ. ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊາວກະສິກອນໄດ້ຮັບການປົວແປງ, ອັດຕາຄອບຄົວທຸກຍາກຫຼຸດລົງຢ່າງໄວ. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລ້ວ, ການປະກອບສ່ວນຂອງຂົງເຂດກະສິກຳ, ຊົນນະບົດ ແລະ ຊາວກະສິກອນເຂົ້າໃນຜົນງານລວມຂອງປະເທດຊາດແມ່ນມີຄວາມສຳຄັງຍິ່ງ ແລະ ໃຫຍ່ຫຼວງ; ສະແດງໃຫ້ເຫັນບົດບາດ ແລະ ທີ່ຕັ້ງ, ຄວາມສຳຄັນ, ປະກອບສ່ວນເຮັດໃຫ້ພື້ນຖານປະເທດຊາດເຂັ້ມແຂງພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໃນໄລຍະຈະມາເຖິງ, ກະສິກຳແມ່ນທ່າສະດວກຂອງປະເທດຊາດ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ. ຍ້ອນເຫດນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຈົ່ງຊາບຊຶມທັດສະນະທີ່ວ່າ: ກະສິກຳ, ຊົນນະບົດ, ຊາວກະສິກອນແມ່ນພື້ນຖານ ແລະ ກຳລັງສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ, ຍືນຍົງກວ່າ; ການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ, ທັນສະໄໝແມ່ນໜ້າທີ່ສຳຄັນແຖວໜ້າໃນວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ; ຊາວກະສິກອນແມ່ນເຈົ້າຂອງ, ແມ່ນໃຈກາງຂອງວິວັດທະນາການພັດທະນາ, ເປົ້າໝາຍສູງສຸດແມ່ນຜົນປະໂຫຍດຂອງປະຊາຊົນ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງຊາວກະສິກອນ ແລະ ປະຊາຊົນເຂດຊົນນະບົດ…

        ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍົກອອກ 8 ໜ້າທີ່, ມາດຕະການແກ້ໄຂລະອຽດ. ໃນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ຕ້ອງຍົກສູງບົດບາດ, ທີ່ຕັ້ງ, ຄວາມສາມາດເປັນເຈົ້າຂອງຊາວກະສິກອນ, ໂດຍສະເພາະແມ່ນຕາມທິດຊາວກະສິກອນເປັນເຈົ້າເຕັກໂນໂລຊີໃນການຜະລິດ, ດຳເນີນທຸລະກິດ ແລະ ສາມາດສ້າງຄວາມຮັ່ງມີຈາກກະສິກຳ; ນຳໃຊ້ເຕັກໂນໂລຊີສູງ, ຍົກສູງຄຸນນະພາບ, ມູນຄ່າເພີ່ມ, ສ້າງເຄື່ອງໝາຍການຄ້າ, ຕິດພັນກັບລະບົບການຜະລິດ, ລະບົບສະໜອງ, ລະບົບມູນຄ່າຢູ່ພາຍໃນປະເທດ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວວ່າ:

        “ພັດທະນາກະສິກຳທັນສະໄໝ, ບັນລຸປະສິດຜົນ, ຍືນຍົງ ຕາມທິດຊີວະພາບ, ພັດທະນາລະບົບຊີວະພາບກະສິກຳ, ສ້າງເສດຖະກິດສີຂຽວ, ເສດຖະກິດໝູນວຽນໃນກະສິກຳ; ນຳໃຊ້ເຕັກໂນໂລຊີສູງ, ຍົກສູງຄຸນນະພາບ, ມູນຄ່າເພີ່ມ, ສ້າງເຄື່ອງໝາຍການຄ້າ, ຕິດພັນກັບລະບົບການຜະລິດ, ລະບົບສະໜອງ, ລະບົບເຊື່ອມຕໍ່, ລະບົບມູນຄ່າເພີ່ມຢູ່ພາຍໃນປະເທດ ແລະ ສາກົນ”.

(ແຫຼ່ງຄັດຈາກ VOV)


top