ຂ່າວສານ

ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ

ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບສະພາທິດສະດີສູນກາງ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສາຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່”. ນີ້ແມ່ນໜຶ່ງໃນບັນດາກິດຈະກຳ ເພື່ອແນໃສ່ເຮັດແຈ້ງຄວາມໝາຍ ແລະ ປັດໄຈພື້ນຖານຂອງບັນດາລະບົບຄຸນຄ່າເຫຼົ່ານັ້ນໃນຍຸກສະໄໝໃໝ່ຕື່ມອີກ, ຕາມການກຳນົດທິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ ໃນກອງປະຊຸມວັດທະນະທຳ ທົ່ວປະເທດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ເມື່ອເດືອນ ພະຈິກ ປີ 2021.

ວັນທີ 29 ພະຈິກຢູ່ຮ່າໂນ້ຍຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບສະພາທິດສະດີສູນກາງກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສາຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ ລະບົບຄຸນຄ່າແຫ່ງຊາດລະບົບຄຸນຄ່າວັດທະນະທຳລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່”. ນີ້ແມ່ນໜຶ່ງໃນບັນດາກິດຈະກຳ ເພື່ອແນໃສ່ເຮັດແຈ້ງຄວາມໝາຍ ແລະ ປັດໄຈພື້ນຖານຂອງບັນດາລະບົບຄຸນຄ່າເຫຼົ່ານັ້ນໃນຍຸກສະໄໝໃໝ່ຕື່ມອີກຕາມການກຳນົດທິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ ໃນກອງປະຊຸມວັດທະນະທຳ ທົ່ວປະເທດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ເມື່ອເດືອນ ພະຈິກ ປີ 2021.

  ກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່"   

ໃນບົດກ່າວປາໄສຢູ່ກອງປະຊຸມວັດທະນະທຳທົ່ວປະເທດກ່ອນນີ້ 1 ປິ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມເຖິງການສ້າງລະບົບຄຸນຄ່າ ຫວຽດນາມ, ລວມມີ: ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຂອງຄົນ ຫວຽດນາມ ໃນຍຸກສະໄໝໃໝ່ດ້ວຍປັດໄຈຕ່າງໆຄື: ສັນຕິພາບ, ເອກະລາດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ຮັກຊາດ, ຄວາມສາມັກຄີ, ປະດິດຄິດສ້າງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຄວາມກະຕັນຍູ, ສັດຊື່, ຄວາມເມດຕາປານີ, ໂອບເອື້ອອາລີ, ປະດິດຄິດສ້າງ, ອຸທິດສ່ວນ…

ນີ້ແມ່ນບັນດາຄຸນຄ່າທີ່ພົ້ນເດັ່ນ, ແມ່ນຄວາມຄາດຫວັງ, ແມ່ນເປົ້າໝາຍສູງສຸດເຊິ່ງທົ່ວປວງຊົນທັງຊາດ ຫວຽດນາມ ກຳລັງມຸ່ງໄປເຖິງ”.

ວັດທະນະທຳ, ມະນຸດ ແມ່ນກຳລັງແຮງພາຍໃນເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ອນດຳເນີນກອງປະຊຸມສຳມະນາແຫ່ງຊາດກ່ຽວກັບຫົວຂໍ້ ລະບົບຄຸນຄ່າ ຫວຽດນາມ, ທ່ານ ຫງວຽນຈ້ອງເຫງຍ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຮູ້ວ່າ:

ເອກະສານຂອງພັກສະບັບຕ່າງໆພິເສດແມ່ນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ຖືບັນຫາສ້າງວັດທະນະທຳມາດຖານຂອງຄົນ ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມຫຼັກແຫຼ່ງແກ່ນສານ ແລະ ກໍແມ່ນຂອດບຸກທະລຸມີຄຸນຄ່າແມ່ນກຳລັງໜູນຊຸກຍູ້ການພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ແລະ ຜາສຸກ.  ເພາະສະນັ້ນຄຳຮຽກຮ້ອງຕ້ອງການເຊິ່ງພັກລັດ ໄດ້ວາງອອກແມ່ນພວກເຮົາຕ້ອງຄົ້ນຄວ້າເລິກສ້າງລະບົບຄຸນຄ່າວັດທະນະທຳລະບົບຄຸນຄ່າຄອບຄົວ ແລະ ລະບົບຄຸນຄ່າທີ່ເປັນມາດຖານຂອງຊາດ ຫວຽດນາມ ໃນຍຸກສະໄໝໃໝ່ພວກເຮົາຕ້ອງສືບຕໍ່ຮັບຮູ້ ແລະ ເຮັດໃຫ້ທັດສະນະຂອງພັກຂອງ ປະທານ ໂຮ່ຈີມິນ ທີ່ວ່າ ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນ” ແລະ ວັດທະນະທຳຍັງມີຢູ່ປະເທດຊາດຍັງມີຢູ່”, ວັດທະນະທຳມະນຸດແມ່ນກຳລັງແຮງພາຍໃນ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ”.

ຄັດເລືອກ ແລະ ກຳນົດຄຸນຄ່າຕ່າງໆຂອງ ຫວຽດນາມ

ຕາມຂໍ້ສະເໜີຂອງບັນດານັກຄົ້ນຄວ້າແລ້ວ, ລະບົບຄຸນຄ່າແຫ່ງຊາດແມ່ນລະບົບບັນດາຄຸນຄ່າຂອງການຊີ້ນຳນຳພາ, ກຳນົດທິດການພັດທະນາຂອງ ຫວຽດນາມ ຕາມອຸດົມການ, ເປົ້າໝາຍເອກະລາດຂອງຊາດ ແລະ ລັດທິສັງຄົມນິຍົມ ຄື: ແນວທາງ ແລະ ວິທີການປະຕິວັດຂອງປະທານ ໂຮ່ຈີມິນ ແລະ ຂອງພັກຄອມມູນິດ ຫວຽດນາມ. ລະບົບຄຸນຄ່າແຫ່ງຊາດ ໄດ້ປະຕິບັດໂດຍຜ່ານການປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດຄວາມຄາດຫວັງພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ປະຊາຊົນມີຄວາມຜາສຸກ, ປະເທດຊາດເຂັ້ມແຂງ ແລະ ຍືນຍົງ.

ເນື້ອໃນລະບົບຄຸນຄ່າແຫ່ງຊາດແມ່ນໂຄງສ້າງໜຶ່ງທີ່ມີ 3 ສາຍສຳພັນ. ສາຍສຳພັນທີໜຶ່ງແມ່ນບັນດາຄຸນຄ່າຫຼັກແຫຼ່ງແກ່ນສານຄື: ສັນຕິພາບ, ເອກະພາບ, ເສລີພາບ. ສາຍສຳພັນທີສອງແມ່ນບັນດາຄຸນຄ່າພື້ນຖານຄື: ຄວາມສາມັກຄີ, ປະຊາທິປະໄຕ, ຍຸຕິທຳ, ຄວາມສະເໝີພາບ. ສາຍສຳພັນທີສາມແມ່ນບັນດາຄຸນຄ່າມຸ່ງໄປເຖິງເປົ້າໝາຍ: ຮຸ່ງເຮືອງສີວິໄລ ແລະ ຄວາມຜາສຸກ.

ລະບົບຄຸນຄ່າແຫ່ງຊາດແມ່ນລະບົບພື້ນຖານ, ຈາກນັ້ນ ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີລັກສະນະເປັນເອກະລັກສະເພາະ “ຊົນຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ, ວິທະຍາສາດ”.   ລະບົບຄຸນຄ່າວັດທະນະທຳ ຫວຽດນາມ ລວມມີຄຸນຄ່າ: ຮັກຊາດ, ຄວາມສາມັກຄີ, ໂອບເອື້ອອາລີ, ປະເອີບໃຈ, ປະດິດຄິດສ້າງ, ປ່ຽນແປງໃໝ່, ພັດທະນາ.

ຄຸນຄ່າວັດທະນະທຳຄອບຄົວ ໄດ້ສ້າງຂຶ້ນໃຫ້ເໝາະສົມກັບລະບົບຄຸນຄ່າວັດທະນະທຳ ແລະ ລະບົບຄຸນຄ່າແຫ່ງຊາດ, ເຊິ່ງລວມມີ: ຄວາມປອງດອງ, ກະຕັນຍູ, ຄວາມຮັກແພງກັນ, ຄວາມສັດຊື່ບໍລິສຸດ, ຄວາມຜາສຸກ. ລະບົບຄຸນຄ່າເປັນມາດ ຖານຂອງຄົນ ຫວຽດນາມ ລວມມີ: ສັດຊື່, ຖະໜອມຖ່ອມຕົວ, ເຫັນແກ່ຄົນອື່ນ, ເມດຕາປານີ, ໂອບເອື້ອອາລີ, ປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ອຸດທິດສ່ວນ, ປ່ຽນແປງໃໝ່, ພັດທະນາ.

 ອີງໃສ່ການກຳນົດລະບົບຄຸນຄ່າ ຫວຽດນາມ ໄດ້ເລີ່ມມາຈາກປະຫວັດສາດ ແລະ ຄຸນລັກສະນະແຫ່ງການສ້າງຕັ້ງປະເທດຊາດ, ຊົນຊາດ, ຈາກມູນເຊື້ອສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ, ຈາກການພົວພັນແລກປ່ຽນວັດທະນະທຳຂອງຊາດ ຫວຽດນາມ ກັບຊົນຊາດອື່ນ, ຈາກບົດຮຽນປະສົບການທີ່ຖອດຖອນມາໄດ້ຈາກປະຫວັດສາດຕົວຈິງ. ແລະ ພິເສດກວ່າແມ່ນຄວາມຄາດຫວັງພັດທະນາຂອງຊາດ ຫວຽດນາມ ໃນທ່າອ່ຽງຜັນປ່ຽນຂອງພາກພື້ນ, ໂລກ ແລະ ຍຸກສະໄໝ. ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງຍ ໄດ້ເນັ້ນໜັກວ່າ:

ກ່ອນອື່ນໝົດຕ້ອງຢັ້ງຢືນໄດ້ວ່າ ພວກເຮົາ ໄດ້ມີພື້ນຖານວັດທະນະທຳນັບພັນປີພວກເຮົາມີພື້ນຖານວັດທະນະທຳທີ່ສ້າງກຳລັງແຮງໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ເພື່ອຍາດເອົາເອກະລາດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ມີຄຸນຄ່າວັດທະນະທຳຂອງປະຊາຊົນ ຫວຽດນາມ ໃນໄລຍະແຫ່ງການປ່ຽນແປງໃໝ່ເຖິງຢ່າງໃດກໍຕາມວັດທະນະທຳ ແລະ ມະນຸດ ຍາມໃດກໍເຄື່ອນໄຫວ ແລະ ພັດທະນາຕາມຄຳຮຽກຮ້ອງພັດທະນາຂອງປະເທດຊາດໃນສະພາບການໃໝ່ ແລະ ຄຳຮຽກຮ້ອງເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງເພາະສະນັ້ນພວກເຮົາຍາມໃດກໍຕ້ອງກຽມພ້ອມໃຫ້ສົມບູນປ່ຽນແປງໃໝ່ ບົນພື້ນຖານຂອງປະເທດຊາດຂອງຊາດເສີມຂະຫຍາຍຄຸນຄ່າອັນສູງສົ່ງຂອງຊາດ ຫວຽດນາມ”.

ລະບົບຄຸນຄ່າ ຫວຽດນາມ ແມ່ນໄດ້ເຕົ້າໂຮມມາຈາກບັນດາຄຸນຄ່າທີ່ຍືນຍົງ ເຊິ່ງໄດ້ສ້າງຂຶ້ນຈາກມູນເຊື້ອປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ, ເຊິ່ງຈະໄດ້ຮັບການຖະໜຸຖະໜອມ, ເສີມຂະຫຍາຍໃນປັດຈຸບັນ ແລະ ນຳພາປະເທດຊາດ ຫວຽດນາມ ໄປສູ່ອະນາຄົດ./.


top