ຂ່າວສານ

ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນໄລຍະໃຫມ່ໃຫ້ສົມບູນແບບ

ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ໂດຍສະພາແຫ່ງຊາດ ຊຸດທີ XV ຮັບຮອງເອົາໃນວັນທີ 10 ພະຈິກ ປີ 2022 ທີ່ກອງປະຊຸມສະໄຫມສາມັນເທື່ອທີ 4 ຢູ່ ຮ່າໂນ້ຍ, ເພື່ອແນໃສ່ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນໄລຍະໃຫມ່ໃຫ້ສົມບູນແບບ ໃນສະພາບການ ຫວຽດນາມ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ. ຮ່າງກົດໝາຍສະບັບນີ້ແມ່ນມີຄວາມໝາຍດ້ານການເມືອງ ສັງຄົມ ອັນເລິກເຊິ່ງດ ມີລັກສະນະພິເສດສະເພາະຂອງລະບອບການເມືອງ ແລະ ກົດໝາຍ ຫວຽດນາມ, ຫັນທັດສະນະຂອງພັກ ກໍ່ຄືແນວຄວາມຄິດຂອງປະທານໂຮ່ຈີມິນ ກ່ຽວກັບປະຊາທິປະໄຕ ສັງຄົມນິຍົມ, ຮັບປະກັນສິດອຳນາດລັດແມ່ນຂຶ້ນກັບປະຊາຊົນໃຫ້ເປັນລະບອບລະບຽບການ.
  ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ຢູ່ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ XV ເມື່ອວັນທີ 10 ພະຈິກ ປີ 2022. (ພາບ:TTXVN)  

ປະຊາທິປະໄຕ ທັງແມ່ນຄຸນທາດຂອງລະບອບສັງຄົມນິຍົມ, ທັງແມ່ນເປົ້າໝາຍ ແລະ ກຳລັງຫນູນຂອງການພັດທະນາປະເທດຊາດ. ເພາະສະນັ້ນ ໃນໄລຍະປະຕິວັດ, ພັກກອມມູນິດ ຫວຽດນາມຍາມໃດກໍ່ຖືການເສີມຂະຫຍາຍປະຊາທິປະໄຕໃນອົງການຈັດຕັ້ງ ແລະ ການເຄື່ອນໄຫວຂອງລະບົບການເມືອງເປັນສຳຄັນ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ.

ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ

ໃນຊຸມປີແຫ່ງການປ່ຽນແປງໃຫມ່ປະເທດຊາດ, ຄຳສັ່ງເລກທີ 30 ຂອງສູນກາງ ລົງວັນທີ 18 ກຸມພາປີ 1998 ຂອງກົມການເມືອງ ໄດ້ກຳນົດການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ຢູ່ ຂັ້ນຮາກຖານ ແມ່ນຂອດສຳຄັນ, ຫລັກແຫລ່ງໃນການສ້າງລັດຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ພາຍຫລັງ 25 ປີ ແຫ່ງການຜັນຂະຫຍາຍປະຕິບັດຄຳສັ່ງ, ສະພາບການການເມືອງ ເສດຖະກິດ ສັງຄົມ ຢູ່ ພາຍໃນປະເທດ ແລະ ສາກົນ ໄດ້ມີການປ່ຽນແປງໃຫມ່ຫລາຍຢ່າງ, ຮຽກຮ້ອງຕ້ອງສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ສົມບູນແບບ.

ຕາມນັ້ນແລ້ວ, ຄວາມຮຽກຮ້ອງຕ້ອງການການເຊື່ອມໂຍງເຂົ້າກັບສາກົນ ຮຽກຮ້ອງໃຫ້ຫວຽດນາມ ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານລັດ, ສ້າງປັບປຸງກົດໝາຍ, ປັບປຸງລະບົບການເມືອງໃຫ້ສົມບູນແບບ ພ້ອມກັນນັ້ນ ຮັບປະກັນການເປີດກວ້າງ ແລະ ເສີມຂະຫຍາຍປະຊາທິປະໄຕ, ປັບປຸງເອກະລາດ, ເປັນເຈົ້າຕົນເອງເພື່ອຮັກສາສະຖຽນລະພາບດ້ານການເມືອງ ແລະ ຍົກສູງບົດບາດທີ່ຕັ້ງບົນເວທີສາກົນ.

ພ້ອມກັບການພັດທະນາຂອງເງື່ອນໄຂເສດຖະກິດ ແລະ ລະດັບຄ່າຄອງຊີບໄດ້ຮັບການປົວແປງ, ລະດັບຄວາມຮູ້ຂອງປະຊາຊົນໄດ້ຍົກສູງຂຶ້ນຫລາຍສົມຄວນ, ສະຕິຄວາມຮັບຜິດຊອບດ້ານການເມືອງ ແລະ ປະຊາຄົມ ໄດ້ເພີ່ມພູນ ວາງອອກຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ຽວກັບການຮັບປະກັນປະຊາທິປະໄຕ ແລະ ສ້າງປະຖົມປັດໄຈສະດວກໃຫ້ວິວັດທະນາການຫັນສິດເປັນເຈົ້າຕົນເອງຂອງປະຊາຊົນໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ ລັກສະນະຈຳເປັນໃນການສ້າງລັດແຫ່ງອຳນາດກົດໝາຍ ສສ ວາງອອກຄວາມຮຽກຮ້ອງຕ້ອງການກ່ຽວກັບການສ້າງປັບປຸງກົງຈັກລັດໃຫ້ສົມບູນແບບ, ປ່ຽນໃຫມ່ວິທີການເຄື່ອນໄຫວຂອງລັດຕາມທິດສ້າງ ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ເສີມຂະຫຍາຍປະຊາທິປະໄຕ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ, ແກ້ໄຂສາຍພົວພັນລະຫວ່າງ ລັດ ແລະສັງຄົມ, ສາຍພົວພັນລະຫວ່າງລັດ, ວິສາຫະກິດ ແລະ ປະຊາຊົນຢ່າງກົມກ່ຽວ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຈຸດໃຫມ່ຂອງຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ

ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ລວມມີ 7 ພາກ, 74 ມາດຕາ ດ້ວຍບັນດາການກຳນົດລະອຽດກ່ຽວກັບ: ການປະຕິບັດປະຊາທິປະໄຕຢູ່ຕາແສງ, ເທດສະບານ; ປະຕິບັດປະຊາທິປະໄຕຢູ່ໃນອົງການ, ຫົວຫນ່ວຍ, ປະຕິບັດປະຊາທິປະໄຕໃນວິສາຫະກິດ; ຄວາມຮັບຜິດຊອບຈັດຕັ້ງການປະຕິບັດກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ. ຮ່າງກົດໝາຍປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ກໍ່ມີຫລາຍຈຸດໃຫມ່ ກ່ຽວກັບການປະຕິບັດປະຊາທິປະໄຕພາຍໃນອົງການຈັດຕັ້ງ, ຫົວຫນ່ວຍ.

ກ່ຽວກັບຄວາມຮັບຜິດຊອບໃນການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ, ຮ່າງກົດໝາຍສະບັບດັ່ງກ່າວໄດ້ກຳນົດຢ່າງລະອຽດກ່ຽວກັບຄວາມຮັບຜິດຊອບຂອງສະພາປະຊາຊົນ, ຄະນະກຳມະການປະຊາຊົນຂັ້ນຕາແສງ, ຫົວຫນ້າອົງການ, ຫົວຫນ່ວຍ, ຜູ້ນຳໃຊ້ແຮງງານໃນການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ, ກຳນົດໝາກຜົນການປະຕິບັດປະຊາທິປະໄຕຢູ່ອົງການ, ຫົວຫນ່ວຍ.

ເລື່ອງສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ໄດ້ຫັນເປັນລະບອບລະບຽບການແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມຢ່າງກວ້າງຂວາງ ດ້ວຍທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້” ຄືດັ່ງເນື້ອໃນຈິດໃຈຊື່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຫັນສິດເປັນເຈົ້າຕົນເອງຂອງປະຊາຊົນຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013 ເປັນລະອຽດ, ບົນພື້ນຖານນັ້ນ ປະກອບສ່ວນສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ, ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.


top