ຂ່າວສານ

ສ່ືມວນຊົນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

      ການນຳແຂວງ, ບັນດາຮາກຖານ, ພະແນກ, ຂະແໜງການຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການສື່ມວນຊົນປະຕິບັດພາລະໜ້າທີ່ຕາມຂໍ້ກຳນົດ
ທ່ານຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ນາມດິ້ງ ເລກວກຈິງ ສະເໜີໃຫ້ບັນດາອົງການຊື່ມວນຊົນສືບຕໍ່ໂຄສະນາຢ່າງຮອບດ້ານ. (ພາບ: TTXVN)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925-21 ມິຖຸນາ 2021), ທີ່ການພົບປະກັນບັນດາອົງການສື່ມວນຊົນສູນກາງໃນບໍລິເວນ, ທ່ານຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ນາມດິ້ງ ເລກວກຈິງ ໄດ້ສະເໜີໃຫ້ບັນດາອົງການຊື່ມວນຊົນສືບຕໍ່ໂຄສະນາຢ່າງຮອບດ້ານກ່ຽວກັບການຜັນຂະຫຍາຍໜ້າທີ່ການເມືອງຢູ່ແຂວງ. ການນຳແຂວງ, ບັນດາຮາກຖານ, ພະແນກ, ຂະແໜງການຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການສື່ມວນຊົນປະຕິບັດພາລະໜ້າທີ່ຕາມຂໍ້ກຳນົດ; ສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ, ຊັດເຈນກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມ.
ທີ່ການພົບປະເນື່ອງໃນໂອກາດນີ້ ແລະ ມອບລາງວັນສື່ມວນຊົນແຂວງຄັ້ງທີ 4, ຜູ້ຕາງໜ້າການນຳແຂວງ ກວາງຈິ້ ໄດ້ຍ້ອງຍໍຊົມເຊີຍ ແລະ ອວຍພອນບັນດາຜົນງານຂອງຖັນແຖວຜູ້ເຮັດວຽກງານສື່ມວນຊົນໃນບໍລິເວນແຂວງທີ່ໄດ້ມານະພະຍາຍາມຢ່າງສຸດຈິດສຸດໃຈ, ຕັ້ງໜ້າປະກອບສ່ວນເຂົ້າໃນການກຳນົດທິດຂໍ້ມູນຂ່າວສານ, ສ່ອງແສງບັນດາເຫດການການເມືອງ, ການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງທ້ອງຖິ່ນຢ່າງທັນການ.
ແລະກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວແຂວງ ແຄ໊ງຮ່ວາ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ສະຫຼຸບ, ມອບລາງວັນສື່ມວນຊົນແຂວງ ແຄ໊ງຮ່ວາ ປີ 2021.
(ແຫຼ່ງຄັດຈາກ VOV)


top