ວັນທີ 24 ພຶດສະພາ, ບໍລິສັດໃຫຍ່ທ່າກ່ຳປັນທະເລ Incheon ຂອງ ສ.ເກົາຫຼີ ໄດ້ປະກາດເລີ່ມຂຸດຄົ້ນສາຍຂົນສົ່ງ container ໃໝ່ ທີ່ເລີ່ມແຕ່ທ່າກ່ຳປັນ Incheon ໄປຍັງບັນດາທ່າກ່ຳປັນຂອງ ໄທ ແລະ ຫວຽດນາມ.
ສາຍທາງຂົນສົ່ງໃໝ່ນີ້ມີຊື່ວ່າ “NKT” (New Korea ThaiLan), ເລີ່ມຈາກທ່າກ່ຳປັນ Incheon, ໄປຜ່ານທ່າກ່ຳປັນ ແຫຼມຈະບັງ, ຢູ່ບັງກອກ ປະເທດ ໄທ ແລະ ທ່າກ່ຳປັນ ເຕິນກາດລ໊າຍ, ຢູ່ນະຄອນໂຮ່ຈີມິນ ຂອງ ຫວຽດນາມ. ສາຍຂົນສົ່ງໃໝ່ນີ້ຈະຈັດວາງ ກ່ຳປັນຂົນສົ່ງ 3 ລຳ ຂອງ 3 ບໍລິສັດຂົນສົ່ງທາງທະເລແມ່ນ: Korea, Chun Kyung ແລະ Namsung, ມີຖ້ຽວໜຶ່ງຕໍ່ອາທິດ.
ບໍລິສັດໃຫຍ່ທ່າກ່ຳປັນທະເລ Incheon ປາດຖະໜາວ່າ ສາຍຂົນສົ່ງໃໝ່ນີ້ ຈະປະກອບສ່ວນເຂົ້າໃນການຊຸກຍູ້ຂົນສົ່ງສິນຄ້ານຳເຂົ້າສົ່ງອອກ, ສະໜອງການບໍລິການຂົນສົ່ງສິນຄ້າ ທີ່ເປັນປົກກະຕິ ລະຫວ່າງ ສ.ເກົາຫຼີ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)