ຂ່າວສານ

ສ.ເກົາຫຼີຄົ້ນພົບວ່າສປປ.ເກົາຫຼີຍິງລູກສອນໄຟນຳວິຖີຕ້ານກ່ຳປັ່ນຮົບ

      ສະພາເສນາທິການໃຫຍ່ກຳລັງທະຫານປະສົມສ.ເກົາຫຼີໃຫ້ຮູ້ວ່າສປປ.ເກົາຫຼີໄດ້ຍິງບັນດາວັດຖຸເຊິ່ງຖືວ່າແມ່ນລູກສອນໄຟນຳວິຖີຕ້ານກ່ຳປັ່ນຮົບຈາກບັນດາເຮືອບິນສູ້ຮົບໄປທາງທະເລຂອງຍີ່ປຸ່ນ. 
            ບັນດາວັດຖຸທີ່ໄດ້ຮັບຖືວ່າແມ່ນລູກສອນໄຟນຳວິຖີໄລຍະສັ້ນເທິງໜ້າດິນຕ້ານກ່ຳປັ່ນຮົບໄດ້ຍິງເປັນເວລາກ່ວາ 40 ນາທີ ຈາກເຂດໃກ້ກັບເທດສະບານແຄມທະເລ Munchon, ພາກຕາເວັນອອກສປປ.ເກົາຫຼີ ໃນຕອນ 7 ໂມງຂອງວັນທີ 14 ເມສາຕາມເວລາທ້ອງຖິ່ນໄປທາງທິດຕາເວັນອອກສ່ຽງເໜືອ. ລູກສອນໄຟເຫຼົ່ານີ້ ບິນໄດ້ປະມານ 150 ກິໂລແມັດກ່ອນທີ່ຈະຕົກລົງສູ່ທະເລຂອງຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)


top