ຂ່າວສານ

ສ.ເກົາຫຼີ ຖອນຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດເພີ່ມທະວີການກັກກັນພະຍາດ

KDCA ຕົກລົງຖອນຊື່ 3 ປະເທດລວມມີ ຫວຽດນາມ, ມຽນມາ ແລະ ຢູແກຼນ ອອກຈາກບັນຊີລາຍຊື່ເພີ່ມທະວີການກັກກັນພະຍາດ.
  KDCA ໄດ້ຖອນຊື່ຂອງ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດເພີ່ມທະວີການກັກກັນພະຍາດ (ພາບປະກອບ: TTXVN)  

 ອົງການຄວບຄຸມ ແລະ ປ້ອງກັນໂລກລະບາດສ.ເກົາຫຼີ (KDCA) ໄດ້ຖອນຊື່ຂອງ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດເພີ່ມທະວີການກັກກັນພະຍາດຢ່າງເປັນທາງການ.

ແຈ້ງການຂອງ KDCA ໃຫ້ຮູ້ວ່າ, ໃນວາລະປະຊຸມຄັ້ງທີ 88 ເມື່ອວັນທີ 31 ມີນາ, ບັນດາສະມາຊິກລະຫວ່າງຂະແໜງໄດ້ປຶກສາຫາລື, ຕີລາຄາສະພາບໂລກລະບາດ. ພາຍຫຼັງການພິຈາລະນາຢ່າງຮອບດ້ານ ໄຈ້ແຍກຄວາມສ່ຽງຕາມປະເທດ ແລະ ຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ໄດ້ຢັ້ງຢືນເມື່ອເຂົ້າເມືອງ, KDCA ຕົກລົງຖອນຊື່ 3 ປະເທດລວມມີ ຫວຽດນາມ, ມຽນມາ ແລະ ຢູແກຼນ ອອກຈາກບັນຊີລາຍຊື່ເພີ່ມທະວີການກັກກັນພະຍາດ.

ກ່ອນໜ້ານັ້ນ, ລັດຖະບານ ສ.ເກົາຫຼີ ໄດ້ເພີ່ມເຕີມ ຫວຽດນາມ ເຂົ້າກຸ່ມ “ປະເທດເພີ່ມທະວີກັກກັນພະຍາດ”. ຕາມນັ້ນແລ້ວ, ນັບແຕ່ວັນທີ 01 ເມສາ ເປັນຕົ້ນໄປ, ຊາວ ຫວຽດນາມ ທຸກຄົນທີ່ເຂົ້າປະເທດ ສ.ເກົາຫຼີ ຕ້ອງແຍກຕົວດ້ວຍຕົນເອງໃນເວລາ 7 ວັນ ເຖິງວ່າໄດ້ສັກ ຫຼື ບໍ່ໄດ້ສັກວັກຊິນກັນໂຄວິດ-19 ກໍ່ຕາມ.


top