ຂ່າວສານ

ສ.ເກົາຫຼີ ຍູ້ແຮງກະແສເງິນລົງທຶນເຂົ້ານະຄອນເກິ່ນເທີ

      ວັນທີ 20 ສິງຫາ, ຄະນະຜູ້ແທນສະຖານທູດ ສ.ເກົາຫຼີ ໂດຍທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳນະຄອນເກິ່ນເທີ.

ທ່ານເຈິ່ນກ໊ວກຈຸງ, ເລຂາພັກນະຄອນ ເກິ່ນເທີ ມອບຂອງຂວັນໃຫ້ແກ່ທ່ານ  Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ (ພາບ: /baocantho.com.vn)
      ທ່ານເຈິ່ນກ໊ວກຈຸງ, ເລຂາພັກນະຄອນ ເກິ່ນເທີ ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດ ຂອງນະຄອນ ດ້ວຍເງິນລົງທັງໝົດແມ່ນທຶນເກືອບ 268 ລ້ານ USD. ປັດຈຸບັນ, ເກິ່ນເທີມີ 2 ໂຄງການທີ່ໄດ້ຮັບການໜູນຊ່ວຍຈາກທຶນ ODA ຂອງ ສ.ເກົາຫຼີ, ລວມມີ: ໂຄງການສູນ ເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ ແລະ ໂຄງການໜູນຊ່ວຍການນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດກະສິກຳ.
            ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ກະແສເງິນລົງທຶນຂອງສ.ເກົາຫຼີເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມເວົ້າລວມ ແລະ ນະຄອນເກິ່ນເທີເວົ້າສະເພາະຈະນັບມື້ມີຫຼາຍຮູບແບບ ແລະ ມີຄວາມຟົດຟື້ນ.
(ແຫຼ່ງຄັດຈາກ VOV)
 


top