ຂ່າວສານ

ສ.ເກົາຫຼີ ຈັດການປະຊຸມດ່ວນກ່ຽວກັບເຫດຍິງວັດຖຸທີ່ບໍ່ກຳນົດໄດ້ຂອງ ສປປ.ເກົາຫຼີ

ວັນທີ 27 ກຸມພາ, ສະພາຄວາມໝັ້ນຄົງແຫ່ງຊາດ ຂຶ້ນກັບທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຈັດການປະຊຸມດ່ວນ ພາຍຫຼັງທີ່ ສປປ.ເກົາຫຼີ ຍິງວັດຖຸທີ່ບໍ່ກຳນົດໄດ້ໄປທາງທິດຕາເວັນອອກແຫຼມເກົາຫຼີໂດຍທັນທີ.
  ເຫດຍິງລູກສອນໄພ ຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN)  

ຖະແຫຼງການຂອງສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ ວັດຖຸບິນນີ້ ອາດຈະແມ່ນລູກສອນໄພນຳວິຖີ ທີ່ໄດ້ຍິງຈາກສະຖານທີ່ໃກ້ກັບນະຄອນຫຼວງ ພຽງຢາງ ຂອງ ສປປ.ເກົາຫຼີ ໃນເວລາ 7 ໂມງ 52 ນາທີ (ຕາມເວລາທ້ອງຖິ່ນ). ສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໄດ້ເວົ້າຢ່າງຈະແຈ້ງວ່າ ກອງທັບປະເທດນີ້ ພວມຕິດຕາມຄວາມສາມາດທີ່ ສປປ.ເກົາຫຼີ ຈະປະຕິບັດເຫດການຍິງລູກສອນໄພຕື່ມອີກ ແລະ ຈະຊັ່ງຊາມາດຕະການຮັບມື. ຖ້າກຳນົດໄດ້, ນີ້ຈະແມ່ນເຫດຍິງທີ 8 ນັບແຕ່ຕົ້ນປີມາຮອດປັດຈຸບັນຂອງ ພຽງຢາງ.



top