ຂ່າວສານ

ສຽງເພງຢູ່ແນວໜ້າປ້ອງການ, ຕ້ານໂລກລະບາດ

ບັນດາບົດເພງໄດ້ສະແດງໃຫ້ເຫັນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ໜ້າທີຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ຫົວຄິດປະດິດສ້າງຂອງຖັນແຖວພະນັກງານກຳມະບານ, ສະມາຊິກຊາວໜຸ່ມສະໝັກໃຈໄປຈຸດໃຈກາງຂອງໂລກລະບາດເພື່ອໜູນຊ່ວຍສະມາຊິກຊາວໜຸ່ມ.
ມີຫຼາຍບົດເພງໄດ້ເຂົ້າຮ່ວມການປະກວດປະພັນເພງດ້ວຍຫົວຂໍ້ “ສຽງເພງຢູ່ແນວໜ້າ”. (ພາບ: baovanhoa.vn)

ໃນໄລຍະເກືອບ 2 ປີຜ່ານມາ, ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດຢູ່ ຫວຽດນາມ ມາຮອດປະຈຸບັນ, ໄດ້ມີບົດເພງນັບຮ້ອຍບົດໂຄສະນາ, ລະດົມກຳລັງໃຈໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍບັນດານັກດົນຕີເປັນມືອາຊີບ ແລະ ນັກດົນຕີບໍ່ເປັນມືອາຊີບຫຼາຍຄົນປະພັນໄດ້ຖືກນຳມາສະເໜີຕໍ່ມະຫາຊົນ. ໃນນັ້ນ, ມີບັນດາບົດເພງໄດ້ເຂົ້າຮ່ວມການປະກວດປະພັນເພງດ້ວຍຫົວຂໍ້ “ສຽງເພງຢູ່ແນວໜ້າ” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບ ສະມາຄົມນັກດົນຕີຈັດຕັ້ງຂຶ້ນ.

ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ແລະ ໄດ້ເຫັນປະຈັກຕາບັນດາກຳລັງພວມມານະພະຍາຍາມຢູ່ແນວໜ້າ, ບໍ່ພຽງແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບຂອງນັກສິລະປິນໃນແນວຮົບວັດທະນະທຳເທົ່ານັ້ນ, ຊີວິດຕົວຈິງນີ້ເອງໄດ້ກະຕຸກຊຸກຍູ້ບັນດານັກດົນຕີປະພັນໄດ້ຫຼາຍບົດເພງກ່ຽວກັບຫົວເລື່ອງໂຄວິດ-19.

ທຳນອງເພງສະແດງໃຫ້ເຫັນຄວາມໜຸ່ມແໜ້ນ, ຟົດເດືອດໃນ “ບົດເພງຂະແໜງການແພດຕ້ານໂລກລະບາດ” ໄດ້ສ້າງຄວາມປະທັບໃຈກັບມະຫາຊົນຈາກສຽງດົນຕີທຳອິດ. ເນື້ອໃນຕົ້ນຕໍຂອງບົດເພງແມ່ນຄວາມຮູ້ສຶກ, ຄວາມເອກອ້າງທະນົງໃຈເຊິ່ງທ່ານສາດສະດາຈານ, ທ່ານໝໍ, ນັກວິລະຊົນແຮງງານ ຫງວຽນແອັງຈີ, ຢູ່ໂຮງໝໍຫຼາຍຂະແໜງ Medlatec ເມື່ອອອກເດີນທາງໄປຊ່ວຍເຫຼືອຢູ່ພາກໃຕ້ຕ້ານໂລກລະບາດ. ທ່ານໝໍ ຫງວຽນແອັງຈີ ແບ່ງປັນກ່ຽວກັບຄວາມໝາຍຂອງບົດເພງວ່າ:

“ຂ້າພະເຈົ້າຢາກສົ່ງສານເຖິງບັນດາເພື່ອນໜຸ່ມ, ຜູ້ພວມເດີນທາງປະຕິບັດການຕ້ານໂລກລະບາດວ່າ ຕ້ອງກຳນົດວ່າ ນີ້ແມ່ນການຕໍ່ສູ້ທີ່ຫຍຸ້ງຍາກ, ລຳບາກທີ່ສຸດ. ແຕ່ລະຄົນຕ້ອງມີຄວາມຕັດສິນໃຈສູງເພື່ອເຂົ້າຮ່ວມການຕໍ່ສູ້ ຕ້ານໂລກລະບາດນີ້. ບົດເພງກໍ່ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈເມື່ອໄດ້ເຂົ້າຮ່ວມວຽກງານປ້ອງກັນ ຕ້ານໂລກລະບາດ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສ້າງໜ້າປະຫວັດສາດທີ່ດີງາມຂອງຂະແໜງການແພດຫວຽດນາມ.”

“ບົດເພງຂະແໜງການແພດຕ້ານໂລກລະບາດ” ແມ່ນໜຶ່ງໃນຈຳນວນ 1.300 ບົດເພງຂອງນັກດົນຕີເປັນມືອາຊີບ ແລະ ນັກດົນຕີບໍ່ເປັນມືອາຊີບຫຼາຍຄົນ ຢູ່ທຸກແຖບຖິ່ນໃນທົ່ວປະເທດສົ່ງເຖິງການປະກວດ. ບັນດາບົດເພງໄດ້ສະແດງໃຫ້ເຫັນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ໜ້າທີຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ຫົວຄິດປະດິດສ້າງຂອງຖັນແຖວພະນັກງານກຳມະບານ, ສະມາຊິກຊາວໜຸ່ມສະໝັກໃຈໄປຈຸດໃຈກາງຂອງໂລກລະບາດເພື່ອໜູນຊ່ວຍສະມາຊິກຊາວໜຸ່ມ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ, ຮຽງບ່າຮຽງໄຫຼ່ພ້ອມກັນຜັນຂະຫຍາຍໜ້າທີ່ ທັງຜະລິດມີຄວາມປອດໄພ, ທັງຕ້ານໂລກລະບາດຢ່າງມີປະສິດທິຜົນ; ພ້ອມກັນນັ້ນແມ່ນອາລົມຈິດກ່ຽວກັບຈຸດເວລາພິເສດ, ຊຸມເດືອນປີຍາກທີ່ຈະຫຼົງລື່ມໄດ້ ເມື່ອທົ່ວປະເທດຮ່ວມແຮງຮ່ວມໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.

ມາຮອດປະຈຸບັນ, ໄດ້ມີບົດເພງນັບຮ້ອຍບົດໂຄສະນາ, ລະດົມກຳລັງໃຈໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. (ພາບ: TTXVN)

ກໍ່ຄືຄວາມຕັດສິນໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງທັງຊາດກ່ຽວກັບໄຊຊະນະໃນການຕໍ່ສູ້ກັບໂລກລະບາດໂຄວິດ-19. ທ່ານນາງ ຟ້າມແທັງບິ່ງ, ປະທານກຳມະບານຂະແໜງສາທາລະນະສຸກ ຫວຽດນາມ, ໃຫ້ຮູ້ວ່າ:

“ມີພະນັກງານການແພດເກືອບ 20.000 ຄົນຢູ່ພາກເໜືອ ໄປໜູນຊ່ວຍຈຸດໃຈກາງໂລກລະບາດ, ພັກຢູ່ຫ້ອງແຕກຕ່າງກັນ, ບໍ່ໄດ້ນັ່ງກິນເຂົ້ານຳກັນ. ໃນແຕ່ລະມື້, ບັນດາອ້າຍເອື້ອຍນ້ອງຖືກຄວາມດັນຫຼາຍຢ່າງຈາກບັນດາຄົນເຈັບໜັກ, ຈຳນວນຜູ້ເສຍຊີວິດ. ຮອດຕອນຄ່ຳກັບໂຮງແຮມ, ເຮືອນພັກຈຶ່ງໄດ້ຮັບຟັງບົດເພງ. ບັນດາສຽງເພງດັ່ງກ່າວເປັນການສະແດງໃຫ້ເຫັນຄວາມເຂົ້າໃຈ, ເຄົາລົບ ແລະ ສ້າງກຳລັງໜູນຢ່າງໃຫຍ່ຫຼວງ”.

ໃນໄລຍະເກືອບ 2 ປີຜ່ານມາ, ເລື່ອງແຕ່ງເພງມີຫົວເລື່ອງກ່ຽວກັບໂຄວິດ-19 ໂດຍນັກດົນຕີເປັນມືອາຊີບ ແລະ ນັກດົນຕີບໍ່ເປັນມືອາຊີບຫຼາຍຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ຜັນຂະຫຍາຍດ້ວຍຫຼາຍຮູບແບບ. ບົດເພງແຕ່ລະບົດທີ່ໄດ້ປະພັນໃນຈຸດເວລານີ້ໄດ້ຮັບຖືວ່າແມ່ນແຫຼ່ງກຳລັງແຮງທາງດ້ານຈິດໃຈຮ່ວມເດີນທາງພ້ອມກັບປະຊາຊົນແຕ່ລະຄົນ ໃນຄວາມຕັດສິນໃຈລວມຂອງທົ່ວປະເທດແມ່ນ ສະກັດກັ້ນໂລກລະບາດເພື່ອໃຫ້ຊີວິດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ນັກດົນຕີ ໂດ້ຮົ່ງກວນ, ປະທານສະມາຄົມນັກຂ່າວ ຫວຽດນາມ, ໃຫ້ຮູ້ວ່າ:

“ນັກສິລະປິນ, ນັກປະພັນເວົ້າລວມ ແລະ ດົນຕີເວົ້າສະເພາະແມ່ນພື້ນຖານຢ່າງໝັ້ນຄົງ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ບັນດາບົດເພງນັ້ນຈະຝັງເລິກໃນ ດ່ວງໃຈຜູ້ຟັງ ຍ້ອນບົດເພງນັ້ນລ້ວນແຕ່ມີທຳນອງສະແດງໃຫ້ເຫັນຄວາມເປັນຈິດໜຶ່ງໃຈດຽວກັນ, ເຫັນດີຕໍ່ການແບ່ງປັນກັບຄວາມຫຍຸ້ງຍາກກັບປະເທດ, ເຊື່ອໝັ້ນວ່າປະເທດຈະຜ່ານຜ່າໂລກລະບາດ”.

ໃນໄລຍະຈະມາເຖິງ, ສະມາຄົມນັກດົນຕີຫວຽດນາມ ຈະສົມທົບກັບພະແນກດົນຕີ VOV3, ອັດເພງ ແລະ ແນະນຳບັນດາບົດເພງໃນການປະກວດ "ບົດເພງຢູ່ແນວໜ້າ" ຕໍ່ມະຫາຊົນຢ່າງກວ້າງຂວາງ./

(ແຫຼ່ງຄັດຈາກ VOV)


top