ໃນປຶ້ມ “ດ້າຍນາມຖືກລູກຕ່ຽນບຽນ” (ປຶ້ມປະຫວັດສາດ ສະບັບທຳອິດຂອງດ້າຍນາມ)ໂດຍກວກສືກວ໋ານ(ອົງການ ຮຽບຮຽງປະຫວັດສາດ)ສະໄໝລາຊະວົງຫງວຽນຮຽບຮຽງ ຕາມໃບສັ່ງຂອງອົງກະສັດມິງມ້າງປີທີ 2 (ປີ 1821), 9 ຮ່າງ ແລະ ສະຫຼັກພິມໃນປີຖ້ຽວຈີ້ທີ 4 (ປີ 1844), ໃນນັ້ນໜ້າທີ 10,
ສະບັບທີ 8 ໄດ້ບັນທຶກເຫດການ: “ລະດູແລ້ງ, ເດືອນ ເມສາ, ປີ 1771, ຜູ້ນຳກອງທະຫານຮັກສາ ເຂດຮ່າຕຽນໂດຍແມ່ນທ່ານມາກກື່ວ ໄດ້ຮັບລາງວັນຢ່າງສົມກຽດ ຈາກ ເຈົ້າຫງວຽນຟຸກຈູ ຍ້ອນມີຜົນງານໃນການສໍາເລັດການວັດແທກຫາດຊາຍເຈື່ອງຊາ”.
ແຜນທີ່ Carte generale des Indes orientales et des Islles Adiacentes ໂດຍທ່ານ Mariette ເປັນຜູ້ສ້າງເມື່ອປີ 1790 ໄດ້ສະແດງໃຫ້ເຫັນວ່າ
ໝູ່ເກາະຮວ່າງຊາແມ່ນຂອງ ຫວຽດນາມ. ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014).
ຢູ່ເທິງແຜນທີ່ອິນເດຍ Orientalis ໂດຍທ່ານ Jodocus Hondius ເປັນຜູ້ດໍາເນີນການເມື່ອປີ 1613, ໝູ່ເກາະ ຮວ່າງຊາ, ເຈື່ອງຊາ ຖືກແຕ້ມເຊື່ອມຕໍ່ກັນ
ແລະ ມີຊື່ເອີ້ນ ລວມວ່າ Peacel.ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014).
ແຜນທີ່ຂອງຈີນໂດຍ Atlats of the World ພິມຈຳໜ່າຍ ຢູ່ລອນດອນ(ອັງກິດ) ເມື່ອປີ 1914 ໄດ້ສະແດງໃຫ້ເຫັນ ສ່ວນອານາເຂດດ້ານໃຕ້ຂອງຈີນ
ຮອດພຽງແຕ່ເກາະໄຫໜານເທົ່ານັ້ນ. ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014).
ຫີນສີລາຢືນຢັນອຳນາດອະທິປະໄຕໂດຍຄົນຫວຽດຕັ້ງຂຶ້ນຢູ່ ເກາະຮວ່າງຊາໃນເດືອນມິຖຸນາ 1938. ຢູ່ເທິງຫີນສີລາ ໄດ້ສະຫຼັກໜັງສື: “ສາທາລະນະລັດ
ຝຣັ່ງ-ລາຊະອານາຈັກ ອານນາມ-ໝູ່ເກາະຮວ່າງຊາ 1816 - ເກາະ ຮວ່າງຊາ 1938”. ພາບຖ່າຍປີ 1938.
ພາບ: ເຈີ່ນແທງຢາງ/VNP (ຖ່າຍຈາກງານວາງ ສະແດງ “ຮວ່າງຊາ-ເຈື່ອງຊາ ແລະ ບັນດາຫຼັກຖານປະຫວັດສາດ”
ຈັດຕັ້ງຂຶ້ນຢູ່ຫໍພິພິດທະພັນປະຫວັດສາດ ການທະຫານ ຫວຽດນາມໃນເມື່ອປີ 2014).
|