ພາບຊີວິດ

ສຽງຂິມ ຈາກຫາຍເຟື້ອງ

20 ກວ່າປີທີ່ຜ່ານມາ, ນັກສິລະປິນ ຫາຍເຟື້ອງ ໄດ້ນໍາເອົາສຽງຂິມທີ່ແສນຫວານ,  ອ່ອນຊ້ອຍ ຂອງຕົນ ເພື່ອຄອບຄອງເອົາດວງໃຈຂອງຜູ້ຄົນນັບລ້ານໆ ຄົນທີ່ຮັກດົນຕີພື້ນເມືອງທັງຢູ່ພາຍໃນ ແລະ ທັງຕ່າງປະເທດ, ປະກອບສ່ວນອະນຸລັກຮັກສາ ແລະ  ພັດທະນາ ປະ ເພດສິລະປະທີ່ເປັນມູນເຊື້ອເປັນຢ່າງດີ. 
ນັກ​ສິລະ​ປິນ ຫາຍ​ເຟື້ອງ ​ເປັນ​ລູກ​ສາວ​ກົກຂອງ​ນາຍຄູ​ດີ​ເດັ່ນ ຟ້າ​ມຖຸຍ​ຮວານ, ອະດີດ​ອາຈານ​ສອນ​ດົນຕີ​ພື້ນ​ເມືອງ​ຂອງສະ​ຖາ​ບັນ​ດົນຕີ ນະຄອນ ​ໂຮ່ຈີ​ມິນ. ​ຍ້ອນ​ແນວ​ນັ້ນ, ຕັ້ງ​ແຕ່​ຍາມ​​ເດັກ ລາວ​ຈຶ່ງໄດ້​ຮູ້​ຈັກ​ກັບ​ບັນ ດາ​ເຄື່ອງ​ດົນ​ດີ​ພື້ນ​ເມືອງ, ພິ​ເສດ​ແມ່ນ​ຂິມ​ຂອງ​ແມ່.​ ລາວ​ເລົ່າ​ສູ່​ຟັງ​ວ່າ, ຄາວ​ນັ້ນ​ແຕ່ລະຄັ້ງ​ທີ່​ແມ່​ອະນຸຍາດ​ໃຫ້ຫຼິ້ນຂິມ​ຂອງ​ແມ່ ລາວ​ສຸດ​ທີ່​ດີ​ໃຈ ​ແລະ ຕັ້ງໜ້າ​ຕັ້ງ​ຕາ​ຫຼິ້ນກັບ​ມັນ​ໝົດ​ຕອນ​ໂດຍ​ບໍ່​ຮູ້​ເບື່ອ.
 
​ເມື່ອ​ອາຍຸ​ໄດ້ 7 ປີ,  ​ແມ່​ໄດ້​ສົ່ງ ຫາຍ​ເຟື້ອງ ​ເຂົ້າຮຽນ​ໃນ​ຊຸດ​ຮຽນ​ຊຸດ​ທໍາ​ອິດ ( ປີ 1976) ກ່ຽວ​ກັບ​ເຄື່ອງ​ດົນຕີ ຂິມຢູ່​ສະ​ຖາ​ບັນ​ດົນຕີນະຄອນ ​ໂຮ່ຈີ​ມິນ. ຕັ້ງ​ແຕ່​ນັ້ນມາ, ລາວ​​ໄດ້​​ໄປ​ໂຮງ​ຮຽນ ຮຽນ​ດົນຕີ​ນຳ​ແມ່​ທຸກ​ໆ ວັນ. ຍິ່ງ​ຮຽນ​ລາວ​ຍິ່ງ​ເມົາ​ມົວ ​ແລະ ຕິດ​ພັນກັບຂິມ ເໝືອນເລືອດ​ເນື້ອ.
 
ຜ່ານ​ການ​ຝຶກ​​ແອບ​ດົນຕີ​ຂິມ​ດ້ວຍ​ຄວາມທຸກ​ຍາກ​ລໍາ ບາກມາ​ເປັນ​ເວ​ລາກວ່າ 15 ປີ, ປີ 1992 ຫາຍ​ເຟື້ອງ ​ໄດ້​ເຂົ້າ​ຮ່ວມງານ​ແຂ່ງຂັນ​ນັກ​ດົນ​ຕີຂິມ​ໜຸ່ມ​ທົ່ວ​ປະ​ເທດ ຄັ້ງ​ທີ​ໜຶ່ງ ຈັດ​ຂຶ້ນ​ຢູ່​ຫໍ​ວັດທະນະທຳ ນະຄອນ ​ໂຮ່ຈີ​ມິນ ​ແລະ ຄອງ​ລາງວັນ​ທີ​ໜຶ່ງ. ຕັ້ງ​ແຕ່​​ນັ້ນມາ, ສຽງ​ຂິມ​ຂອງ ຫາຍ​​ເຟື້ອງ ​ໄດ້ຫຼາຍ​ຄົນ​ຜູ້​ທີ່​ຮັກ​ດົນຕີ​ຮູ້​ ແລະ ຍອມຮັບ​ດ້ວຍ​ຄວາມ​ຮັກ​ແພງ.

ນັກ​ສິລະ​ປິນ ຫາຍ​ເຟື້ອງ ມີ​ຄວາມ​ສະໜິດຕິດ​ພັນ​ກັບດົນ​ຕີ​ສະໝັກ​ຫຼິ້ນຂິມ ມາ​ເປັນ​ເວລາ​ກວ່າ 20 ປີ. 

ນັກ​ສິລະ​ປິນ ຫາຍ​ເຟື້ອງ ສະ​ແດງ​ດ່ຽວ​ໃນ​ງານພົບ​ປະສ້າງສັນ​​ນັກດົນຕີ​​ຂິມ.

ນັກ​ສິລະ​ປິນ ຫາຍ​ເຟື້ອງ (ນັ່ງ​ກາງ) ສະ​ແດງປະສານ​ສຽງ​ດົນຕີ​ຮ່ວມ​ກັບ​ບັນດາ​ນັກສິລະ​ປິນຂິມ ທົ່ວ​ປະ​ເທດ​
ໃນງານພົບ​ປະ
ສ້າງສັນ​​ນັກດົນຕີຂິມຄັ້ງ​ທີ 3 ປີ 2012.

ນັກ​ສິລະ​ປິນ ຫາຍ​ເຟື້ອງ ຮັບ​ໃບ​ທີ່ລະນຶກ​ທີ່ເຂົ້າ​ຮ່ວມ​ງານພົບ​ປະສ້າງສັນ​​ນັກດົນຕີ​​ຂິມຄັ້ງ​ທີ 3.

ນັກ​ສິລະ​ປິນ ຫາຍ​ເຟື້ອງ ສອນ ຂິມ ​ໃຫ້​ແກ່​ບັນດາ​ນັກ​ສຶກສາ​ຮຽນ​ຢູ່​ຂະ​ແໜງ​ວິຊາ ຂິມ ທີ່​ສະ​ຖາ​ບັນດົນຕີ ນະຄອນ ​ໂຮ່ຈີ​ມິນ. 

ປີ 1993, ຫາຍ​ເຟື້ອງ ​ເດີນທາງ​ໄປ​​ນະຄອນຫຼວງ ປາຣີ ​(ຝຣັ່ງ)​ເພື່ອ​ສ້າງ​ DVD ​ແຜ່ນ ທຳ​ອິດ​ຂອງ​ຕົນພາຍ​ໃຕ້​ຊື່ວ່າ “La Music Hier et Aujourd’hui” (ຂິມ​ມື້​ນີ້ ​ແລະ ມື້​ວານນີ້)ຮ່ວມກັບ​ສາດ​ສະ​ດາ​ຈານ ​ເຈີ່ນ​ວັນ​ເຄ ​ແລະ ​ໄດ້ຮັບ​ 2 ລາງວັນ​​ຈາກລັດຖະບານ ຝຣັ່ງ, ​ນີ້ ເປັນ​ຂີດ​ໝາຍ​ບາດກ້າວ​ພັດທະນາ​ໃໝ່​ໃນ​ພາລະກິດ​ດົນຕີ​ຂິມ​ຂອງ​ຕົນ. ກັບ​ມາ​ປະ​ເທດ, ລາວ​ສືບ​ຕໍ່​ຮຽນຕໍ່ ປະລິຍາ​ໂທ​ຢູ່​ສະ​ຖາ​ບັນ​ດົນຕີ​ນະຄອນ ​ໂຮ່ຈີ​ມິນ.ພ້ອມ​ ກັນ​ນັ້ນກໍ່​​​​ໄປສະ​ແດງ​ດົນຕີ​ຢູ່​​ແຂວງ, ນະຄອນຕ່າງໆ​ໃນ​ທົ່ວ​ປ​ະ​ເທດ. ຫຼັງ​ຈາກ​ນັ້ນ, ລາວ​ສຳ​ເລັດ​ການປ້ອງ​ກັນ​ບົດ​ຈົບ​ຊັ້ນ ​ແລະ ກາຍ​ເປັນ​ໜຶ່ງ​ໃນສອງ​ຄົນທຳ​ອິດ​ຮຽນຈົບ​ປະລິຍາ​ໂທ ດ້ານ​ສິລະ​ປະກ່ຽວ​ກັບ​ຂະ​ແໜງວິຊາ ວິທີການ​ ​ແລະ ການສະ​ແດງ​ດົນຕີ​ພື້ນ​ເມືອງ ຂອງ​ສະ​ຖາ​ບັນ​ດົນ​ຕີ ນະຄອນ ​ໂຮ່ຈີ​ມິນ.

ກ່ອນ​ໜ້າ​ນັ້ນ, ​​ປີ 1981, ຫາຍ​ເຟື້ອງ ພ້ອມ​ກັບ​ແມ່ ​ແລະ ນ້ອງ​ສາວ​ຄື​ນັກ​ສິລະ​ປິ​ນ ຫາຍ​ອ້ຽນ ​ໄດ້ສ້າງ​ຕັ້ງ​ສະ​ໂມ​ສອນ ຕຽ້ງ​ຮາ້ດ​ເກ໋ວ​ເຮືອງ ຂຶ້ນ​ຢູ່ທີ່​ຫໍ​ວັດທະນະ ທຳ ລາວ​ດົງ (​​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ) ​ເພື່ອ​ຈຸດ ປະສົງ​​ກໍ່ສ້າງ ​ແລະ ​ເຜີຍ​ແຜ່​ດົນຕີ​ພື້ນ​ເມືອງ​ໃຫ້​ແກ່​ຜູ້​​​ ມີ​ຄວາມ​ຮັກ​ມັກ​ກັບ​ດົນ​ຕີ​ພື້ນ​ເມືອງ. ລາວ​ໃຫ້​ຮູ້​ວ່າ ປະຈຸ​ບັນ, ສະ​ໂມ​ສອນ​ຍັງມີ​ການ​ເຄື່ອນ​ໄຫວ​​​ເປັນ​ປົກກະຕິ ໃນທຸກໆ​ ວັນ​ຂອງທ້າ​ຍອາທິດ. ພິ​ເສດ, ທຸກ​ຄັ້ງຫຼັງ​ຈາກ​ເສັດ​ສິ້ນງານ “ພົບ​ປະສ້າງສັນບັນດານັກດົນຕີ​​ຂິມ” ຈຳ​ນວນ​ຜູ້​ມາ​ລົງ​ທະບຽນ​ຮຽນ ຂິມ​ແມ່ນ​ເພີ່ມ​ສູງ​ຂຶ້ນ. ສິ່ງ​ດັ່ງກ່າວ​ ສະ​ແດງ​ໃຫ້​ເຫັນ​ວ່າ ຖ້າຫາກ​ມີ​ການ​ໂຄສະ ນາ​ຢ່າງ​ກວ້າງຂວາງ​ແລ້ວ, ​ແນ່​ນອນ​ວ່າ ຈຳນວນ​ຜູ້​ມີ​ຄວາມ​ຮັກ​ມັກກັບ​​ດົນຕີ​ປະ​ເພດນີ້ ຈະ​ເພີ່ມ​​ຫຼາຍຍິ່ງຂຶ້ນ, ປະກອບສ່ວນ​​ເຂົ້າ​ໃນ​ການ​ຟື້ນ​ຟູ ​ແລະ ຂະຫຍາຍ ປະ​ເພດ​ດົນຕີ​ພື້​ນເມືອງປະ​ເພດ​ນີ້​ຢ່າງ​ກ້ວາງ​ຂວາງ ​ແລະ ທົ່ວ​ເຖິງ.  

ຕາມ​ນັກ​ສິລະ​ປິນ ຫາຍ​ເຟື້ອງ ​ແລ​້ວ, ການ​ຮຽນ ຂິມ ຕ້ອງ​​ມີ​ຄວາ​ມອົດທົນ​ພະຍາຍາມໃຊ້​ເວລາ​ຝຶກ​ຫັດ​ຍາວ​ນານ ຈຶ່ງ​ສຳ​ເລັດ​ໄດ້. ສຳລັບ​ຜູ້​ຮຽນ​ສະ​ເພາະຂິມ, ຖ້າ​ດຸ​ໝັ່ນ​ໃນ​ການ​ຝິກຫັດ, ບົດ​ເພງງ່າຍ ​ຕ້ອງ​ໃຊ້​ເວລາຢ່າງ​ໜ້ອຍ​ໜຶ່ງ​ເດືອນ, ບົດ​ເພງ​ຍາກ, ອາດ​ຈະ​ຝຶກ​ແຕ່​ລະ​ມື້ 8 ຊົ່ວ​ໂມງ​ ​ໃຊ້ເວລາເປັນ 5 ​ເດືອນ​ຈຶ່ງ​ແລ້ວ. ຜູ້​ທີ່​ຫາ​ກໍ່​ຮຽນ ຂິມທຽບ​ໃສ່​ຜູ້​ຮຽນ​ດົນ​ຕີ​ອື່ນ ​ອາດ​ຈະ​ໃຊ້​ເວລາ​ຫຼາຍ​ກວ່າ, ສຳຄັນ​ແມ່ນ​ຕ້ອງ​ມີ​ຄວາມ​ຕັ້ງ​ໝັ້ນ ​ແລະ ມີຄວາມ​ມັກ​ຮັກ​ກັບຂິມຢ່າງ​ແທ້​ຈິງ. ລາວ​ຖືວ່າ ດົນຕີ​ພື້ນ​ເມືອງ​ເວົ້າ​ລວມ ​ແລະ ​ຂິມ​ໂດຍ​ສະ​ເພາະ​ຮູບ​ນອກ ລ້ວນ​ແຕ່​ບໍ່​ມີ​ຈຸດເດັ່ນ, ​ແຕ່​ທາງ​ໃນ​ລວງ​ເລິກ​ຂອງ​ມັນ​ແມ່ນ​ບໍ່​ມີ​ສິ້ນ​ສຸດ, ຍິ່ງຄົ້ນ​ຫາ​ຍິ່ງ​ເຫັນ​ຈຸດ​ແປກ​ໃໝ່ ​ແລະ ຢາກ​ເອົາ​ຊະນະ​ໃຫ້​ໄດ້.

ຫວ່າງ​ແລ້ວ​ນີ້, ນັກ​ສິລະ​ປິນ ຫາຍ​ເຟື້ອງ ​ໄດ້ມີການ​ທົດ​ລອງ​ປະສານ​ສຽງ​ຂິມ​ກັບ​ວົງ​ດົນຕີ Saigon Big Band ຂອງ​ນັກ​ສິລະ​ປິນ Saxophone ​ເຈິ່ນ​ແມ້ງ​ຕວ້ນ ​​ໃນ​ຈັງ​ວະ​ດົນຕີ Jazz ​​ໃໝ່, ​ເບື້ອງ​ຕົ້ນ ​ໄດ້​ຮັບ​ສັນຍານ​ທີ່ດີ​ຈາກມວນ​ຊົນ. ປະຈຸ​ບັນ, ຫາຍ​ເຟື້ອງ ​ເປັນ​ອາ​ຈານ​ສອນ​ຢູ່ພາກ​ວິຊາ​ດົນຕີ​ພື້ນ​ເມືອງ ຂອງ​ສະ​ຖາ​ບັນ​ດົນຕີ​ນະຄອນ ​ໂຮ່ຈີ​ມິນ, ​ເປັນຮອງ​ປະທານ​ສະ​ໂມ​ສອນ ຕຽ້ງ​ຮາ້ດ​ເກ໋ວ​ເຮືອງ. ນອກ​ນັ້ນ, ລາວ​ຍັງ​ຄົ້ນ ຄວ້າ, ​ແຕ່ງ ​ແລ​ະ ຮຽບຮຽງ​ບົດ​ດົນຕີ​ ຂິມຢ່າງ​ຫຼວງ​ຫຼາຍ ​ເພື່ອ​ຮັບ​ໃຊ້​​ມວນ​ຊົນ.
 
​20 ກວ່າປີ ​ໃນ​ອາຊີບ​ນັກ​ດົນຕີ, ນັກ​ສິລະ​ປິ​ນ ຫາຍ​ເຟື້ອງ ​ໄດ້ຖືກ​ເຊື່ອ​ເຊີນ​ໃຫ້​ໄປສະ​ແດງ​ຢູ່​ປະ​ເທດ​ຕ່າງໆ​ 20 ກວ່າປະ​ເທດ​ໃນ​ໂລກ, ​ໄດ້​ເຂົ້າ​ຮ່ວມ​​ງານມະ​ໂຫ ລານ ​ແລະ ​ແລກປ່ຽນ​ສຽງ​ດົນຕີ​ກັບ​ສາກົນ​ຫຼາຍໆ​ຄັ້ງ.  ລາວ​ໄດ້​ຜະລິດ ​ແລະ​ ຈຳໜ່າຍຫຼາຍອາ​ລ​າບັມ​ກ່ຽວ​ກັບ​ດົນຕີ​ຂິມ​ເຊັ່ນ: ຕິ່ງ​ກາ​ເກ໋ວ​ເຮືອງ, ​ເບ້​ນຊວັນ, ຕຽ້ງ​ເຊືອ, ລ່າ​ນດ້ຽວ​ໂກ້ຍ​ຫງ່ວນ, ຕຽ້ງ​ດ່ານ ຫາຍ​ເຟື້ອງ ​ແລະ ອື່ນໆ. ທັງ​ໝົດລ້ວນ​ແຕ່​ມີ​ອາຍ​ອຸ່ນ​ຂອງ​ດົນຕີພື້ນ​ເມືອງ, ກອນ​ລຳ ຫຼື ​ເດີ່ນ​ກາ​ຕາຍ​ຕື້.
ບົດ: ​ໂດ໋ວັນ - ພາບ: ​ເລ​ມິນ

top