ຂ່າວສານ

ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ-ລາວ-ໄທ

3 ແຂວງ ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 3 ແຂວງ ພ້ອມທັງປຶກສາຫາລື ແລະ ເອກະພາບບາງເນື້ອໃນຮ່ວມມືກ່ຽວຂ້ອງເຖິງຂົງເຂດການທ່ອງທ່ຽວໃນໄລຍະຈະມາເຖິງ.
(ພາບ: VOV Vientiane)

ວັນທີ 30 ສິງຫາ, ຢູ່ແຂວງຄຳມ່ວນ, ແຂວງ ກວາງບິງ (ຫວຽດນາມ) ສົມທົບກັບແຂວງຄຳມ່ວນ (ລາວ) ແລະ ນະຄອນພະນົມ (ໂທ) ໄດ້ຈັດກອງປະຊຸມສົ່ງເສີມການທ່ອງທ່ຽວລະຫວ່າງ 3 ແຂວງ.

ນະທີ່ນີ້, 3 ແຂວງ ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 3 ແຂວງ ພ້ອມທັງປຶກສາຫາລື ແລະ ເອກະພາບບາງເນື້ອໃນຮ່ວມມືກ່ຽວຂ້ອງເຖິງຂົງເຂດການທ່ອງທ່ຽວໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, 3 ແຂວງຈະແລກປ່ຽນຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນເປັນປະຈຳ; ແປ່ງປັນບົດຮຽນປະສົບການໃນການຄຸ້ມຄອງແຫ່ງລັດກ່ຽວກັບການທ່ອງທ່ຽວ; ສົມທົບ ແລະ ຮ່ວມມືບຳລຸງສ້າງ. ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ. 3 ແຂວງ ກໍ່ຈະສົມທົບກັນພັດທະນາບັນດາຜະລິດຕະພັນທ່ອງທ່ຽວ ບົນພື້ນຖານຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຂອງແຕ່ລະແຂວງ; ພ້ອມກັນນັ້ນຈະສົມທົບກັນໜູນຊ່ວຍສົ່ງເສີມ, ແນະນຳພາບພົດຂອງຕົນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາສະຫະສະມາຄົມທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວ.


top