ຂ່າວສານ

ສົ່ງ​ເສີມການ​ເປີດກວ້າງ​ຕະຫຼາດ ​ສົ່ງ​ອອກ​ໝາກ​ມ່ວງ​ຫິ​ມະ​ພານໃໝ່

ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຕ້ອງສົ່ງເສີມຢ່າງຂ້ຽວຂາດໃນການເປີດຕະຫຼາດໃໝ່, ປັບປຸງແຜນການສົ່ງອອກ, ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ມີຄວາມຕ້ອງການສູງແຕ່ອັດຕາສ່ວນຍັງຕ່ຳ ຄືພາກພື້ນຕາເວັນອອກກາງ.
ພາບປະກອບ: TTXVN
ວັນທີ 14 ກໍລະກົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ການສົ່ງອອກໝາກມ່ວງຫິມະພານ ໃນ 6 ເດືອນຕົ້ນປີນີ້ບັນລຸ 346.800 ໂຕນ, ບັນລຸວົງເງິນການຄ້າ 2,36 ຕື້ USD. ຈີນ, ອາເມລິກາ ແລະ ໂຮນລັງແມ່ນສາມຕະຫຼາດນຳເຂົ້າໝາກມ່ວງຫິມະພານໃຫຍ່ທີ່ສຸດຂອງ ຫວຽດນາມ. ເປົ້າໝາຍການສົ່ງອອກໝາກມ່ວງຫິມະພານໃນປີ 2025 ແມ່ນ 4,5 ຕື້ USD, ເພີ່ມຂຶ້ນ 2,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຕ້ອງສົ່ງເສີມຢ່າງຂ້ຽວຂາດໃນການເປີດຕະຫຼາດໃໝ່, ປັບປຸງແຜນການສົ່ງອອກ, ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ມີຄວາມຕ້ອງການສູງແຕ່ອັດຕາສ່ວນຍັງຕ່ຳ ຄືພາກພື້ນຕາເວັນອອກກາງ.

top