ຂ່າວສານ

ສົ່ງ​ສານ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ​ທີ່​ເປັນ​ມິດ, ເມດ​ຕາ​ປາ​ນີ, ມີ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ສາ​ມັກ​ຄີ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີ​ບ​ສາ​ກົນ

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ແບ່ງເບົາຄວາມສູນເສຍທາງຊີວິດອິນຊີ ແລະ ຄວາມເສຍຫາຍທາງດ້ານຊັບສິນໃນເຫດແຜ່ນດິນໄຫວກັບລັດຖະບານ ແລະ ປະຊາຊົນຕວັກກີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການພົບປະ ແລະ ຍ້ອງຍໍສັນລະເສີນໝູ່ຄະນະ, ສ່ວນບຸກຄົນໃນຄະນະປະຕິບັດງານຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ທີ່ໄດ້ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ຕວັກກີ ພາຍຫຼັງທີ່ເກີດເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ແບ່ງເບົາຄວາມສູນເສຍທາງຊີວິດອິນຊີ ແລະ ຄວາມເສຍຫາຍທາງດ້ານຊັບສິນໃນເຫດແຜ່ນດິນໄຫວກັບລັດຖະບານ ແລະ ປະຊາຊົນຕວັກກີ. ທ່ານເນັ້ນໜັກເຖິງການປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ, ຫວຽດນາມ ເປັນເພື່ອນມິດທີ່ດີ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ດ້ວຍມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນ, ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານໄປຊ່ວຍເຫຼືອຕວັກກີ ເພື່ອປະຕິບັດການຊອກຫາ ແລະ ກູ້ໄພກູ້ຊີບໂດຍໄວ. ນີ້ເປັນຄັ້ງທຳອິດ ທີ່ຫວຽດນາມ ຈັດສົ່ງກຳລັງປະຕິບັດງານຫຼາຍ (ລວມມີ 100 ຄົນ) ເຂົ້າຮ່ວມໜູນຊ່ວຍວຽກງານຊອກຫາ, ກູ້ໄພກູ້ຊີບຢູ່ຕ່າງປະເທດ. ການກະທຳນີ້ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ລັດຖະບານ ແລະ ປະຊາຊົນຕວັກກີ.


top