ຂ່າວສານ

ສົ່ງແຂກທ່ອງທ່ຽວ ອີຕາລີ ກັບເມືອປະເທດ ແລະ ຕ້ອນຮັບພົນລະເມືອງ ຫວຽດນາມ ບາງຄົນທີ່ປະສົບກັບຄວາມຫຍຸ້ງຍາກພິເສດກັບມາ ຫວຽດນາມ

      ວັນທີ 17 ເມສາ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໄດ້ສົມທົບກັບສະຖານທູດ ອີຕາລີ ປະຈຳ ຫວຽດນາມ ແລະ ບໍລິສັດ ENI (ອີຕາລີ) ນຳສົ່ງພົນລະເມືອງ ອີຕາລີ ພວມຖືກຕົກຄ້າງຢູ່ ຫວຽດນາມ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ກັບເມືອປະເທດ. 

ສົ່ງແຂກທ່ອງທ່ຽວ ອີຕາລີ ກັບເມືອປະເທດ ແລະ ຕ້ອນຮັບພົນລະເມືອງ ຫວຽດນາມ ບາງຄົນທີ່ປະສົບກັບຄວາມຫຍຸ້ງຍາກພິເສດກັບມາ ຫວຽດນາມ (ພາບ:  TTXVN)
      ພ້ອມກັນນັ້ນ ຖ້ຽວບິນຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ ກໍ່ໄດ້ຂົນສົ່ງຜ້າອັດປາກ-ດັງ ເຊິ່ງແມ່ນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນ ອີຕາລີ. ນີ້ແມ່ນຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການທຸຕານຸທູດປະຈຳ ຫວຽດນາມ ປະຕິບັດວຽກງານປົກປ້ອງພົນລະເມືອງ ແລະ ໜູນຊ່ວຍປະຊາຄົມສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
        ຕາມແຜນນະໂຍບາຍຂອງນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ແລະ ບໍລິສັດການບິນ ຫວຽດນາມ ກໍ່ໄດ້ຕ້ອນຮັບນັກສຶກສາ, ນັກຮຽນ ແລະ ພົນລະເມືອງ ຫວຽດນາມ ບາງຄົນຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19 ຢູ່ ອີຕາລີ, ພວມປະສົບກັບຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂດຳເນີນຊີວິດ ແລະ ສາທາລະນະສຸກກັບມາ ປະເທດ. ຖ້ຽວບິນດັ່ງກ່າວໄດ້ລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນ ດ່າໜັງ ໃນຮຸ່ງເຊົ້າວັນທີ 18 ເມສາ.
 (ແຫຼ່ງຄັດຈາກ VOV)


top