ຂ່າວສານ

ສົ່ງເສີມວິສາຫະກິດ ຍີ່ປຸ່ນຮ່ວມມືນຳຜະລິດຕະພັນ ຫວຽດນາມ ອອກໄປສູ່ໂລກ

      Marubeni ຖື ຫວຽດນາມ ແມ່ນຕະຫຼາດສຳຄັນຢູ່ ອາຊີ, ສຸມໃສ່ລົງທຶນເຂົ້າບັນດາຂົງເຂດສຳຄັນ.

ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Masumi Kakinori
ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ພາບ: VGP/ເຍີດບັກ)
      ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Masumi Kakinori ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni, ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢຸງ ໄດ້ຕີລາຄາສູງເລື່ອງ Marubeni ຖື ຫວຽດນາມ ແມ່ນຕະຫຼາດສຳຄັນຢູ່ ອາຊີ, ສຸມໃສ່ລົງທຶນເຂົ້າບັນດາຂົງເຂດສຳຄັນ. ທ່ານ ຈິ້ງດິ່ງຢຸງ ໄດ້ສະເໜີໃຫ້ກຸ່ມບໍລິສັດອາດຈະຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ເພື່ອພ້ອມກັນຜະລິດ ແລະ ຈຳໜ່າຍບັນດາສິນຄ້າ ຫວຽດນາມ ໄປຍັງຕະຫຼາດ ຍີ່ປຸ່ນ ແລະ ທົ່ວໂລກ. ລັດຖະບານ ຫວຽດນາມ ຕັດສິນໃຈຈະສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອຫຼຸດຜ່ອນລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມການລົງທຶນ, ຜ່ານນັ້ນສ້າງເງື່ອນໄຂທີ່ດີກ່ວາອີກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດ ຍີ່ປຸ່ນທີ່ພວມລົງທຶນ, ດຳເນີນທຸລະກິດທີ່ບັນລຸໄດ້ຜົນສຳເລັດຢູ່ ຫວຽດນາມ.
        ທ່ານ Masumi Kakinori ຢັ້ງຢືນວ່າ: ຫວັງວ່າຈະສືບຕໍ່ລົງທຶນຢູ່ຫວຽດນາມໃນຫຼາຍຂົງເຂດໃນໄລຍະຍາວນານ.
            Marubeni ແມ່ນກຸ່ມບໍລິສັດການຄ້າ ແລະ ການລົງທຶນແຖວໜ້າຂອງ ຍີ່ປຸ່ນ, ມີຫ້ອງການ ແລະ ສາຂາຢູ່ 70 ປະເທດ ແລະ ເຂດແຄ້ວນ. ຢູ່ ຫວຽດນາມ, ໄດ້ເລີ່ມຕົ້ນການດຳເນີນທຸລະກິດ ຕັ້ງແຕ່ ປີ 1991, ສຸມໃສ່ບັນດາຂົງເຂດຄື ການນຳເຂົ້າ - ສົ່ງອອກ, ພັດທະນາພື້ນຖານໂຄງລ່າງ.
 (ແຫຼ່ງຄັດຈາກ VOV)


top