ຂ່າວສານ

ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ

      ຕອນເຊົ້າວັນທີ 19 ມັງກອນ, ຢູ່ແຂວງ ອຸດົມໄຊ, ພາກເໜືອ ລາວ, ໄດ້ດໍາເນີນພິທີຈັດສົ່ງອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ.      
ສົ່ງອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ (ພາບ: TTXVN)
      ໃນຄັ້ງນີ້, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຊອກຫາໄດ້ອັດຖິ 14 ຊຸດ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ, ໃນນັ້ນ ມີອັດຖິ 1 ຊຸດ ໄດ້ຢັ້ງຢືນລາຍຊື່ ແລະ ບ້ານເກີດ. ຄາດວ່າ ພິທີໄຫວ້ອາໄລ ແລະ ປົງອັດຖິນັກຮົບ 13 ຊຸດ ທີ່ຍັງບໍ່ທັນໄດ້ຢັ້ງຢືນລາຍຊື່ຈະດຳເນີນໃນວັນທີ 20 ມັງກອນ ຢູ່ ເຂດສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ໃນວັນດຽວກັນ, ຄະນະປະຕິບັດງານສືບຕໍ່ເດີນທາງເພື່ອມອບອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫຼໍ່ວັນຟຽວ ໃຫ້ແກ່ແຂວງ ລາຍເຈົາ.
(ແຫຼ່ງຄັດຈາກ VOV)

 

top