ຂ່າວສານ

ສົ່ງອອກເຂົ້າສານຫອມ Jasmine 85 ໄປຍັງ ເອີຣົບ

 
ວັນທີ 22 ກັນຍາ 2020, ທີ່ເມືອງ ຖວ້າຍເຊີນ, ແຂວງ ອານຢາງ, ຄະນະກຳມະການປະຊາຊົນແຂວງ ອານຢາງ ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງພິທີປະກາດການສົ່ງອອກເຂົ້າສານຫອມງວດທຳອິດໄປຍັງ ເອີຣົບ ຕາມສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA).
ທ່ານ ເລກວັກແຢງ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ແນະນຳເຂົ້າສານຫອມ ຫວຽດນາມ ກັບຜູ່ຕາງໜ້າ ສະຫະພາບ ເອີຣົບ ປະຈຳ ຫວຽດນາມ. ພາບ: ແທງຊາງ/VNA

ເຂົ້າສານງວດທຳອິດຄັ້ງນີ້ ແມ່ນ 126 ໂຕນເຂົ້າສານຫອມ Jasmine 85 ໄດ້ບໍລິສັດຫຸ້ນສ່ວນ ລົກເຈີ່ຍ ຫຸ້ມຫໍ່ຕາມມາດ ຕະຖານ 18 ກິໂລກຣາມ/ຖົງ, ຈະສົ່ງອອກໄປຍັງຕະຫຼາດ ເອີຣົບ ໃນໄລຍະທ້າຍເດືອນກັນຍາ 2020.

ບໍລິສັດຫຸ້ນສ່ວນ ລົກເຈີ່ຍ ໄດ້ລົງທຶນສຸມໃສ່ໃນການປູກ ແລະ ຄວບຄຸມຄຸນນະພາບໃຫ້ແກ່ຕະຫຼາດ ເອີຣົບ ແຕ່ປີ 2018 ແລະ ເຄີຍສົ່ງອອກເຂົ້າສານກວ່າ 10.000 ໂຕນ ລວມມີ Jasmine 85, Japonica DS1, OM18, OM5451… ໄປຍັງຕະຫຼາດແຫ່ງນີ້.
 
ກ່າວປາໄສທີ່ພິທີປະກາດ, ທ່ານ ເລກວັກແຢງ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ໄດ້ເນັ້ນໜັກ, ສັນຍາ EVFTA ເປັນກຸນແຈ ເພື່ອໃຫ້ບັນດາຜະລິດຕະພັນກະເສດ ສົ່ງອອກ ຂອງ ຫວຽດນາມ ສາມາດເຂົ້າໃກ້ຕະຫຼາດແຫ່ງໜຶ່ງ ທີ່ມີ ຈຳນວນພົນລະເມືອງກວ່າ 500 ລ້ານຄົນ ແລະ ຕົວເລກ GDP ບັນລຸໄດ້ 15.000 ຕື້ໂດລາສະຫະລັດ.

ທ່ານນາງ Marion Matinez, ປະທານຄະນະກຳມະການ ຄ້າຂາຍເຄື່ອງກະເສດ ແລະ ສິນໃນນຳ້ EuroCham ຫວຽດນາມ ໃຫ້ຮູ້ວ່າ  EVFTA ເປັນສັນຍາ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໃຫ້ທັງ ຫວຽດນາມ ແລະ ເອີຣົບ, ເພາະວ່າ EVFTA ເປັນໜຶ່ງໃນບັນດາສັນຍາການຄ້າເສລີ ຮອບດ້ານທີ່ສຸດ ເຄີຍໄດ້ລົງນາມ ລະຫວ່າງ ເອີຣົບ ກັບປະເທດໜຶ່ງພວມ ພັດທະນາ.
 
 ແຂວງ ອານຢາງ ເປັນທ້ອງຖິ່ນມີທ່າແຮງຍິ່ງໃຫຍ່ ກ່ຽວກັບການຜະລິດເຂົ້າ, ຜັກ ແລະ ຕົ້ນໄມ້ກິນໝາກ. ສະເພາະ ເຂົ້າສານ, ແຕ່ລະປີ ອານຢາງ ຜະລິດກວ່າ 630.000 ເຮັກຕາ ດ້ວຍປະລິມານການຜະລິດບັນລຸໄດ້ 3,9 ລ້ານໂຕນ ແລະ ເປັນແຂວງ ຜະລິດເຂົ້າສານອັນດັບສອງຂອງທົ່ວປະເທດ, ຮັບໃຊ້ໃຫ້ແກ່ຄວາມຕ້ອງການເຂົ້າສານຢູ່ພາຍໃນ ແລະ ການສົ່ງອອກ. ປັດຈຸບັນ, ຕະຫຼາດສົ່ງອອກເຂົ້າສານຂອງ ແຂວງ ອານຢາງ ນັບມື້ນັບເປີດກວ້າງກວ່າເກົ່າ, ເຖິງປັດຈຸບັນ ເຂົ້າສານຂອງແຂວງ ໄດ້ສົ່ງອອກໄປຍັງ 39 ປະເທດ, ເຂດແຄວ້ນໃນໂລກ; ໃນນັ້ນ ເຂົ້າສານສົ່ງອອກໄປຍັງຕະຫຼາດ ອາຊີ ແມ່ນເກືອບ 80% ປະລິມານເຂົ້າສານສົ່ງອອກຂອງແຂວງ.
 
ຕາມສັນຍາ EVFTA, ເອີຣົບ ຈະໃຫ້ນຳເຂົ້າ ເຂົ້າສານຈາກ ຫວຽດນາມ ດ້ວຍຈຳນວນ 80.000 ໂຕນ/ປີ, ລວມມີ ເຂົ້າສານສີແລ້້ວ 30.000 ໂຕນ, ເຂົ້າສານຍັງບໍ່ທັນໄດ້ສີ 20.000 ໂຕນ ແລະ ເຂົ້າສານຫອມ 30.000 ໂຕນ.
 
ປະຕິບັດ: VNA/VNP

top