ຂ່າວສານ

ສົນທິສັນຍາຫ້າມອາວຸດນິວເຄຼຍຂອງສະຫະປະຊາຊາດມີເງື່ອນໄຂຢ່າງພຽງພໍ ເພື່ອມີຜົນສັດສິດ

      ໂຮນດູຣັດ ໄດ້ກາຍເປັນປະເທດທີ 50 ໃຫ້ສັດຕະຍາບັນສົນທິສັນຍາຫ້າມອາວຸດນິວເຄຼຍ ຂອງສະຫະປະຊາຊາດ

ທ່ານ ເລຂາທິການໃຫຍ່ ສ.ປ.ຊ Antonio Gutteres
      ວັນທີ 24 ຕຸລາ, ໂຮນດູຣັດ ໄດ້ກາຍເປັນປະເທດທີ 50 ໃຫ້ສັດຕະຍາບັນສົນທິສັນຍາຫ້າມອາວຸດນິວເຄຼຍ ຂອງສະຫະປະຊາຊາດ, ຜ່ານນັ້ນໄດ້ມີເງື່ອນໄຂຢ່າງພຽງພໍ່ ເພື່ອໃຫ້ສົນທິສັນຍາດັ່ງກ່າວ ມີຜົນສັກສິກພາຍຫຼັງ 90 ວັນຊຶ່ງຄາດວ່າໃນເດືອນ ມັງກອນ ປີ 2021. ໃນແຈ້ງການສະບັບໜຶ່ງ, ທ່ານປະທານຄະນະກຳມະການກາແດງສາກົນ ປີເຕີເມົາເລີ ໄດ້ຖະແຫຼງວ່າ ເຫດການນີ້ແມ່ນໄຊະນະຂອງມວນມະນຸດ ແລະ ໝັ້ນໝາຍມີອະນາຄົດປອດໄພກວ່າເກົ່າ.
ສ່ວນໃນສື່ສັງຄົມ ທະວາຍເທີ ອົງການບັ້ນເຄື່ອນໄຫວສາກົນລົບລ້າງອາວຸດນິວເຄຼຍ ກໍ່ໄດ້ແຈ້ງໃຫ້ຊາບວ່າ ໂຮນດູຣັດ ໄດ້ກາຍເປັນປະເທດທີ 50 ໃຫ້ສັດຕະຍາບັນສົນທິສັນຍາຫ້າມອາວຸດນິວເຄຼວ ເຊິ່ງເປັນການຊຸກຍູ້ສົນທິສັນຍານີ້ມີຜົນສັກສິດ ແລະ ສ້າງໜ້າປະຫວັດສາດ. 
 (ແຫຼ່ງຄັດຈາກ VOV)
 
 


top