ເຫດການ ແລະ ບັນຫາ

ສົງຄາມຊາຍແດນ ຫວຽດ-ຈີນ ເດືອນກຸມພາ 1979 ຜ່ານ ວາລະສານຂ່າວພາບ ຫວຽດນາມ

ວັນທີ 17 ກຸມພາ 1979, ຈີນ ໄດ້ເປີດສາກບຸກໂຈມຕີ ຕະ ຫຼອດ ແນວຊາຍແດນທາງພາກເໜືອ ຫວຽດນາມ. ວາລະ ສານຂ່າວພາບ ຫວຽດນາມ ອອກເດືອນ ມີນາ 1979, ດ້ວຍ ບົດບາດໜ້າທີ່ເປັນກະບອກສຽງຕໍ່ຕ່າງປະເທດ ມີຫຼາຍຂ່າວ, ບົດ, ສາລະຄະດີ, ຮູບພາບຫຼາຍໃບ ໄດ້ພິມຈຳໜ່າຍດ້ວຍ ຫຼາຍພາສາ ໄດ້ຊ່ວຍເຮັດໃຫ້ເພື່ອນມິດ ທົ່ວໂລກ ເຫັນໄດ້ ຢ່າງ ຈະແຈ້ງການຕໍ່ສູ້ທີ່ເປັນທຳ ປ້ອງກັນປະເທດຊາດ ຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມ. 
ພວກຂ້າພະເຈົ້າໄດ້ເປີດອ່ານຄືນ ວາລະສານຂ່າວພາບ ຫວຽດນາມ ຫຼາຍສະບັບທີ່ເກົ່າແກ່, ໃນນັ້ນ ມີຮູບພາບຫຼາຍ ໃບໄດ້ສ່ອງແສງໃຫ້ເຫັນຄວາມໂຫດຮ້າຍປ່າເຖື່ອນ ຂອງ ສົງ ຄາມ, ຮູບພາບຫຼາຍໃບໄດ້ສ່ອງແສງໃຫ້ເຫັນການສູ້ຮົບ ຢ່າງ ອົງອາດກ້າແກ່ນຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຢູ່ ເຂດຊາຍແດນທາງທິດເໜືອ ຫວຽດນາມ. 
 













ເມື່ອ 40 ປີກ່ອນ,ເມື່ອບັນດາພາຫະນະກ່ຽວກັບການຖະແຫຼງ ຂ່າວ ແລະ ສື່ສານ ຍັງມີຂໍ້ຈຳກັດ, ບັນດາບົດຂ່າວ ແລະ ບົດ ສາລະ ຄະດີຂອງວາລະສານຂ່າວພາບ ຫວຽດນາມ ເປັນ ແຫຼ່ງຂໍ້ມູນ ຂ່າວສານທີ່ສຳຄັນ ແລະ ມີປະສິດທິພາບ ເພື່ອ ເຮັດ ໃຫ້ເພື່ອນມິດສາກົນ ໄດ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບການ ຕໍ່ສູ້ປ້ອງກັນປະເທດຊາດ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ແລະ ໃຫ້ການສະໜັບສະໜູນຫວຽດ ນາມ ຍາດໄດ້ໄຊຊະນະ. 
ປະຕິບັດ: ຂ່າວພາບ ຫວຽດນາມ


top