ຂ່າວສານ

ສູ້​ຊົນ​ນຳ​ການ​ສົ່ງ​ອອກ ຜະລິດຕະພັນກະ​ເສດ - ເຄື່ອງປາຂອງດົງ - ສິນ​ໃນ​ນ້ຳ ບັນ​ລຸ​ໄດ້ 60 – 62 ຕື້ USD ໃນ​ປີ 2030

ເປົ້າໝາຍລວມຂອງໂຄງການຮອດປີ 2030 ແມ່ນຊຸກຍູ້ການເຕີບໂຕວົງເງິນການສົ່ງອອກບັນດາຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ, ເຂົ້າຮ່ວມລະບົບສະໜອງ ຜະລິດຕະພັນກະເສດ - ເຄື່ອງປາຂອງດົງ- ສິນໃນນ້ຳ.
ພາບປະກອບ: baochinhphu.vn

ທ່ານນາຍົກລັດຖະມົນຕີ ຫາກໍ່ອະນຸມັດຜ່ານໂຄງການຊຸກຍູ້ການສົ່ງອອກ ຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ ຮອດປີ 2030. ເປົ້າໝາຍລວມຂອງໂຄງການຮອດປີ 2030 ແມ່ນຊຸກຍູ້ການເຕີບໂຕວົງເງິນການສົ່ງອອກບັນດາຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ, ເຂົ້າຮ່ວມລະບົບສະໜອງ ຜະລິດຕະພັນກະເສດ - ເຄື່ອງປາຂອງດົງ- ສິນໃນນ້ຳ, ສະບຽງອາຫານທົ່ວໂລກ ຢ່າງຮອບດ້ານ ແລະ ຍືນຍົງ, ຍົກສູງຄຸນນະພາບ ແລະ ມູນຄ່າຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳຜະລິດການສົ່ງອອກຂອງຫວຽດນາມ ເພື່ອແມໃສ່ຕອບສະໜອງໄດ້ບັນດາຂໍ້ກຳນົດຂອງບັນດາຕະຫຼາດນຳເຂົ້າ, ສືບຕໍ່ກຳນົດ, ພັດທະນາເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳຂອງ ຫວຽດນາມ ໃນຕະຫຼາດສາກົນ. ໂຄງການໄດ້ຕັ້ງເປົ້າໝາຍຮອດປີ 2030, ມູນຄ່າສົ່ງອອກ ຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳຂອງ ຫວຽດນາມ ບັນລຸໄດ້ປະມານ 60 – 62 ຕື້ USD, ໃນນັ້ນກຸ່ມຜະລິດຕະພັນກະເສດຕົ້ນຕໍບັນລຸໄດ້ 25 ຕື້ USD, ເຄື່ອງປາຂອງດົ່ງ ບັນລຸ ປະມານ 16 – 17 ຕື້ USD, ສິນໃນນ້ຳບັນລຸໄດ້ 15 ຕື້ USD.
(ແຫຼ່ງຄັດຈາກ VOV)

top