ຂ່າວສານ

ສູ້ຊົນໃຫ້ບັນລຸ 1 ລ້ານຂໍ້ລິເລີ່ມຕ້ານໂລກລະບາດໂຄວິດ - 19

      ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ດຳເນີນລາຍການ “1 ລ້ານຂໍ້ລິເລີ່ມ” ໃນເວລາ 2 ປີ (ແຕ່ 1 ກັນຍາ 2021 ຫາວັນທີ 1 ກັນຍາ 2023) ດ້ວຍຄວາມາປາດຖະໜາ ສະມາຊິກກຳມະບານ 10 ຄົນ ໃດຈະສູ້ຊົນຄິດຂໍ້ລິເລີ່ມໃຫ້ໄດ້ 1 ຂໍ້. 
        ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ “1 ລ້ານຂໍ້ລິເລີ່ມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະດິດຄິດສ້າງ ແລະ ຕັດສິນໃຈເອົາຊະນະໂລກລະບາດໂຄວິດ - 19”. ລາຍການຖືກຈັດຂຶ້ນເພື່ອແນໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການຊ່ວຍໜູນສັງຄົມ, ຊີວິດການເປັນຢູ່ ແລະ ສຸຂະພາບຂອງປະຊາຊົນ.
            ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ດຳເນີນລາຍການ “1 ລ້ານຂໍ້ລິເລີ່ມ” ໃນເວລາ 2 ປີ (ແຕ່ 1 ກັນຍາ 2021 ຫາວັນທີ 1 ກັນຍາ 2023) ດ້ວຍຄວາມາປາດຖະໜາ ສະມາຊິກກຳມະບານ 10 ຄົນ ໃດຈະສູ້ຊົນຄິດຂໍ້ລິເລີ່ມໃຫ້ໄດ້ 1 ຂໍ້. ຄຳວ່າ “ຂໍ້ລິເລີ່ມ” ທີ່ສະຫະພັນໃຫຍ່ແຮງງານ ຫວຽດນາມ ຕັ້ງຄວາມຫວັງຕໍ່ຜູ້ອອກແຮງງານແມ່ນ ບັນດາມາດຕະການທາງດ້ານເຕັກນິກ, ການຄຸ້ມຄອງ, ໝູນໃຊ້ເຕັກນິກ, ເຕັກໂນໂລຢີທີ່ກ້າວໜ້າ ຫຼື ຫົວຂໍ້ຄົ້ນຄວ້າວິທະຍາສາດ.
(ແຫຼ່ງຄັດຈາກ VOV)

top