ຂ່າວສານ

ສູ້ຊົນຮອດປີ 2030, ກະສິກຳ ຫວຽດນາມ ຕ້ອງນອນໃນກຸ່ມ 15 ປະເທດຢືນແຖວໜ້າໂລກ

      ລັດຖະບານຫາກໍ່ປະກາດມະຕິກ່ຽວກັບມາດຕະການສົ່ງເສີມ, ຊຸກຍູ້ວິສາຫະກິດລົງທຶນເຂົ້າຂະແໜງກະສິກຳຢ່າງມີປະສິດທິຜົນ, ປອດໄພ ແລະ ໝັ້ນຄົງ.
ຕາມນັ້ນແລ້ວ, ມະຕິໄດ້ມຸ່ງໄປເຖິງປີ 2030 ພັດທະນາພື້ນຖານກະສິກຳຕາມທິດທັນສະໄໝ, ໝັ້ນຄົງ; ຜະລິດສິນຄ້າຂະໜາດໃຫຍ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ເພື່ອເພີ່ມສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດແກ່ງແຍ້ງ; ປັບປຸງ ແລະ ນັບມື້ນັບຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ; ກໍ່ສ້າງຊົນນະບົດໃຫ້ມີຄວາມສີວິໄລ, ທັນສະໄໝ.
        ຮອດປີ 2030, ຂະແໜງກະສິກຳ ຫວຽດນາມ ຕັ້ງເປົ້າໝາຍໃຫ້ນອນໃນຈຳນວນ 15 ປະເທດພັດທະນາທີ່ສຸດໃນໂລກ; ໃນນັ້ນ ຂະແໜງປຸງແຕ່ງຜະລິດຕະພັນກະເສດນອນໃນຈຳນວນ 10 ປະເທດແຖວໜ້າໂລກ.
        ເປົ້າໝາຍສູ້ຊົນຮອດປີ 2030 ລະດັບການເຕີບໂຕມູນຄ່າການຜະລິດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຕ້ອງໃຫ້ບັນລຸໄດ້ປະມານ 3%/ປີ; ລະດັບການເຕີບໂຕຂອງວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫ້ບັນລຸໄດ້ປະມານ 6-8%/ປີ. ພ້ອມທັງມີວິສາຫະກິດແຕ່ 80.000 – 100.000 ແຫ່ງທີ່ມີການເຄື່ອນໄຫວລົງທຶນດຳເນີນທຸລະກິດໃນຂົງເຂດກະສິກຳຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)


top