ຂ່າວສານ

ສູ້ຊົນນຳແຂວງ ແຄັງຮ່ວາ ກາຍເປັນກຳລັງໜູນພັດທະນາສຳຄັນຂອງເຂດ, ປະເທດຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຕີລາຄາສູງບັນດາຜົນງານຂອງແຂວງ ແຄັງຮ່ວາ ທີ່ບັນລຸໄດ້ໃນວິວັດແຫ່ງການພັດທະນາ.
  (ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ກ່າວຄຳເຫັນທີ່ພິທີ)  

ຕອນຄ່ຳວັນທີ 01 ເມສາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ແຂວງ ແຄັງຮ່ວາ, ໄດ້ຈັດພິທີສະເຫຼີມສະຫຼອງ 370 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາແຂວງ ແຄັງຮ່ວາ (1653 - 2023), 48 ປີແຫ່ງວັນປົດປ່ອຍແຂວງ ແຄັງຮວ່າ (02 ເມສາ 1975 – 02 ເມສາ 2023).

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຕີລາຄາສູງບັນດາຜົນງານຂອງແຂວງ ແຄັງຮ່ວາ ທີ່ບັນລຸໄດ້ໃນວິວັດແຫ່ງການພັດທະນາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ແຄັງຮວ່າ ຕ້ອງມານະພະຍາຍາມກໍ່ສ້າງ, ພັດທະນາແຂວງ ແຄັງຮ່ວາ ຮອດປີ 2030, ວິໄສທັດຮອດປີ 2045 ນຳແຂວງ ແຄັງຮວ່າ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງດ້ານທະເລເປັນຢ່າງສູງ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງ ແຄັງຮວ່າ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ຕາມທິດພັດທະນາສີຂຽວ, ຊີວະພາບ ແລະ ປະດິດຄິດສ້າງ. ຍູ້ແຮງການສ້າງ ແລະ ພັດທະນາເມືອງເກາະ ເຈື່ອງຊາ ໃຫ້ກາຍເປັນສູນກາງເສດຖະກິດ, ວັດທະນະທຳ, ສັງຄົມທາງທະເລ; ແມ່ນປ້ອມໝັ້ນປົກປັກຮັກສາອະທິປະໄຕຂອງປະເທດຊາດ. ພ້ອມກັນນັ້ນ, ແຂວງ ແຄັງຮ່ວາ ຕ້ອງສືບຕໍ່ຍົກສູງປະສິດທິຜົນວຽກງານພົວພັນການຕ່າງປະເທດ ແລະ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ.

 


top