ຂ່າວສານ

ສູ້ຊົນນຳ ບາກລຽວ ໃຫ້ກາຍເປັນກຳລັງຫນູນພັດທະນາສຳຄັນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ສູ້ຊົນນຳ ບາກລຽວ ໃຫ້ກາຍເປັນກຳລັງຫນູນພັດທະນາສຳຄັນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການເຮັດວຽກກັບການນຳແຂວງ ບາກລຽວ ໃນຕອນບ່າຍວັນທີ 4 ທັນວາ ໃນຂອບເຂດການໄປປະຕິບັດງານຢູ່ແຂວງນີ້.
  ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ບາກລຽວ. VGP/Nhật Bắc  
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີແຂວງ ບາກລຽວ ຄວນມີແຜນການ, ມາດຕະການເໝາະສົມເພື່ອສູ້ຊົນນຳແຂວງ ບາກລຽວ ໃຫ້ກາຍເປັນສູນຂະແຫນງອຸດສາຫະກຳກຸ້ງຂອງທົ່ວປະເທດ, ສູນພະລັງງານສະອາດຂອງຊາດ ແລະ ສູນທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳຂອງ. ເພື່ອບັນລຸໃຫ້ໄດ້ເປົ້າໝາຍນັ້ນ ແຂວງ ຄວນສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄຫມ, ສ້າງໂຄງປະກອບເສດຖະກິດຄືນໃຫມ່, ຊຸກຍູ້ໄວອັດຕາສ່ວນອຸດສາຫະກຳ, ການຄ້າ ການບໍລິການໃນພື້ນຖານວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃຫມ່ປະດິດຄິດສ້າງ, ຫັນເປັນດິຈີຕອນຢ່າງແຮງ, ເສີມຂະຫຍາຍທ່າແຮງຂອງແຂວງເພື່ອພັດທະນາກະສິກຳເຕັກໂນໂລຊີສູງ, ການທ່ອງທ່ຽວ, ການບໍລິການ, ເອົາໃຈໃສ່ເຖິງການພັດທະນາເສດຖະກິດທະເລຮອບດ້ານ.

top