ຂ່າວສານ

ສູ້ຊົນຍົກວົງເງິນສົ່ງອອກຂອງຂະແໜງກຸ້ງ ຫວຽດນາມ ໃຫ້ບັນລຸ 4 ຕື້ USD ໃນປີ 2021

      ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ.
ງານວາງສະແດງເຕັກໂນໂລຢີຂະແໜງກຸ້ງ ຫວຽດນາມ ປີ 2021 (ພາບ: plo.vn)
      ງານວາງສະແດງເຕັກໂນໂລຢີຂະແໜງກຸ້ງ ຫວຽດນາມ ປີ 2021 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ເມສາ ຢູ່ ເກີ່ນເທີ. ໂດຍຖືກດຳເນີນແຕ່ວັນທີ 14 – 16 ເມສາ, ດ້ວຍຫົວຂໍ້ “ເປົ້າໝາຍທີ່ຍືນຍົງ”, ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ. ພ້ອມກັນນັ້ນ, ເພີ່ມທະວີການໂຄສະນາຮູບພາບ ກຸ້ງ ຫວຽດນາມ ໃນຕະຫຼາດໂລກ.
        ປັດຈຸບັນ, ຫວຽດນາມ ມີເນື້ອທີ່ລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງປະມານ 200.000 ເຮັກຕາ. ດ້ວຍລະດັບການເຕີບໂຕສະເລ່ຍປະມານ 7% ຕໍ່ປີຂອງຂະແໜງກຸ້ງໂລກ, ຫວຽດນາມ ອາດຈະກາຍເປັນປະເທດຜະລິດ ແລະ ປຸງແຕ່ງກຸ້ງອັນດັບໜຶ່ງຂອງໂລກ, ກວມເອົາປະມານ 25% ອັດຕາສ່ວນກຸ້ງທົ່ວໂລກ. ເປົ້າໝາຍປີ 2021, ຂະແໜງກຸ້ງ ຫວຽດນາມ ສູ້ຊົນບັນລຸວົງເງິນສົ່ງອອກ 4 ຕື້ USD. 
(ແຫຼ່ງຄັດຈາກ VOV)


top