ທ່ານກໍ່ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ສືບຕໍ່ຊີ້ນຳຢ່າງໃກ້ຊິດ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ສູ້ຊົນກໍ່ສ້າງສຳເລັດ ແລະ ທະລຸເສັ້ນທາງໃນປີ 2025.
ທ່ານຮອງນາຍົກລັດຖະມົນຕີ ງວຽນຈິຢຸງ ພ້ອມກັບຄະນະປະຕິບັດງານໄດ້ໄປກວດກາເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ (ພາບ: VGP)
ວັນທີ 09 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ງວຽນຈິຢຸງ ພ້ອມກັບຄະນະປະຕິບັດງານໄດ້ໄປກວດກາເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ ຢູ່ຈຸດຊຸມທາງ 279 (ທີ່ບໍລິເວນຕາແສງ ບັກກວາງ, ແຂວງ ຕວຽນກວາງ).
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງໂຄງການເສັ້ນທາງຄວາມໄວສູງ ຕວຽນກວາງ - ຮ່າຢາງ, ຖືນີ້ແມ່ນກິດຈະກຳພື້ນຖານໂຄງລ່າງຈຸດສຸມ, ເປີດກຳລັງໜູນພັດທະນາເສດຖະກິດ - ສັງຄົມໃຫ້ແກ່ເຂດທາງທິດຕາເວັນອອກພາກເໜືອ. ບັນດານັກຮັບເໝົາ, ຫົວໜ່ວຍໃຫ້ຄຳປຶກສາ ເພີ່ມກຳລັງ, ອຸປະກອນ, ເປັນເຈົ້າການໃນການເຮັດວຽກ, ຍູ້ແຮງຄວາມຄືບໜ້າ… ທ່ານກໍ່ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ສືບຕໍ່ຊີ້ນຳຢ່າງໃກ້ຊິດ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ສູ້ຊົນກໍ່ສ້າງສຳເລັດ ແລະ ທະລຸເສັ້ນທາງໃນປີ 2025.