ຂ່າວສານ ສູນກາງຊາວໜຸ່ມ ສ້າງຕັ້ງ 7 ໂຄງການດຳເນີນງານ 20/04/2026 ວັນທີ 19 ເມສາ ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຮ່ຳຮຽນ, ເຊື່ອມຊຶມມະຕິ ແລະ ໂຄງການດຳເນີນງານຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ກອງປະຊຸມຖືກຈັດຂຶ້ນຕາມຮູບແບບເບິ່ງໜ້າສົມທົບກັບທາງໄກ ໃນກອງປະຊຸມ, ໂຄງການດຳເນີນງານໄດ້ກຳນົດລວມມີ 07 ໂຄງການ, 105 ໝວດເນື້ອໃນ, ມາດຕະການ ແລະ 16 ມາດຕະຖານ, ຕິດຕາມຢ່າງໃກ້ຊິດ ແລະ ຫັນບັນດາທັດສະນະ, ແຜນນະໂຍບາຍ, ວິໄສທັດເປັນລະອຽດ ແນໃສ່ເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ເຂົ້າສູ່ຊີວິດຕົວຈິງ. ໂຄງການດຳເນີນງານກໍໄດ້ກຳນົດຫຼາຍເນື້ອໃນໃຫຍ່ຕິດພັນກັບຄຳຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນໄລຍະໃໝ່, ເຊັ່ນ: ລະດົມຊາວໜຸ່ມເຂົ້າຮ່ວມການພັດທະນາສັງຄົມແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອາສາສະໝັກເພື່ອຊີວິດຊຸມຊົນ; ຍົກສູງສະຕິຄວາມຮັບຮູ້, ຍົກສູງປະສິດທິຜົນວຽກງານສາກົນຊາວໜຸ່ມ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ.

ວັນທີ 19 ເມສາ ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຮ່ຳຮຽນ, ເຊື່ອມຊຶມມະຕິ ແລະ ໂຄງການດຳເນີນງານຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ກອງປະຊຸມຖືກຈັດຂຶ້ນຕາມຮູບແບບເບິ່ງໜ້າສົມທົບກັບທາງໄກ ໃນກອງປະຊຸມ, ໂຄງການດຳເນີນງານໄດ້ກຳນົດລວມມີ 07 ໂຄງການ, 105 ໝວດເນື້ອໃນ, ມາດຕະການ ແລະ 16 ມາດຕະຖານ, ຕິດຕາມຢ່າງໃກ້ຊິດ ແລະ ຫັນບັນດາທັດສະນະ, ແຜນນະໂຍບາຍ, ວິໄສທັດເປັນລະອຽດ ແນໃສ່ເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ເຂົ້າສູ່ຊີວິດຕົວຈິງ. ໂຄງການດຳເນີນງານກໍໄດ້ກຳນົດຫຼາຍເນື້ອໃນໃຫຍ່ຕິດພັນກັບຄຳຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນໄລຍະໃໝ່, ເຊັ່ນ: ລະດົມຊາວໜຸ່ມເຂົ້າຮ່ວມການພັດທະນາສັງຄົມແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອາສາສະໝັກເພື່ອຊີວິດຊຸມຊົນ; ຍົກສູງສະຕິຄວາມຮັບຮູ້, ຍົກສູງປະສິດທິຜົນວຽກງານສາກົນຊາວໜຸ່ມ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ.