ຂ່າວສານ

ສູນການຂ່າວຊົນຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກະກຽມສຳເລັດແລ້ວ

      ນີ້ແມ່ນໜຶ່ງໃນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວຕົ້ນຕໍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
(ສູນການຂ່າວ)
      ຕອນບ່າຍວັນທີ 22 ມັງກອນ, ຢູ່ສູນການຂ່າວກອງປະຊຸມແຫ່ງຊາດ ມິ້ດິ່ງ, ຮ່າໂນ້ຍ ຈະດຳເນີນພິທີເປີດສະຫຼອງສູນການຂ່າວຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ນີ້ແມ່ນໜຶ່ງໃນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວຕົ້ນຕໍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ທ່ານ ເລແມ້ງຮຸ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າສູນການຂ່າວກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໃຫ້ຮູ້ວ່າ, ທຸກວຽກງານໄດ້ກະກຽມສຳເລັດເປັນທີ່ຮຽບຮ້ອຍແລ້ວ.
        “ສູນການຂ່າວກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ສ້າງບັນດາລາຍການ, ເນື້ອໃນ ແລະ ແຜນການລະອຽດ, ເພື່ອສ້າງເງື່ອນໄຂໃຫ້ນັກຂ່າວເຮັດວຽກກ່ຽວກັບ: ເນື້ອໃນ, ລາຍການຂອງກອງປະຊຸມໃຫຍ່, ບັນດາບັນຫາທີ່ວາງອອກໃຫ້ກອງປະຊຸມໃຫຍ່ປຶກສາຫາລື ແລະ ຕົກລົງ. ໃນຄັ້ງນີ້, ທາງສູນກໍ່ກະກຽມທາງດ້ານວັດຖຸ, ພາຫະນະເປັນຢ່າງດີທີ່ສຸດ ນັບທັງດ້ານເຕັກໂນໂລຊີ, ອິນເຕີແນັດ, ກໍຄືເຄື່ອງອຸປະກອນເພື່ອໃຫ້ສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດເຮັດວຽກ”.
(ແຫຼ່ງຄັດຈາກ VOV)


top