ຂ່າວສານ

ສູນກາງແນວໂຮມປະເທດຊາດຫວຽດນາມປຸກລະດົມທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈ

      ຄະນະປະຈຳຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດພິທີ ປຸກລະດົມທາງອອນລາຍເພື່ອຕອບສະໜອງຈົດໝາຍຮຽກຮ້ອງທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ

ທ່ານເຈິນແທງເໝີ້ນ ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນທີ່ພິທີ 
      ວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດພິທີ ປຸກລະດົມທາງອອນລາຍເພື່ອຕອບສະໜອງຈົດໝາຍຮຽກຮ້ອງທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ. ທີ່ພິທີດັ່ງກ່າວ, ທ່ານເຈິນແທງເໝີ້ນ ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ຊີ້ແຈ້ງວ່າ :
   “ ໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນຄົນ, ບັນດາອົງການ, ຫົວໜ່ວຍກ່ຽວກັບຄວາມໝາຍຂອງການບໍລິຈາກເລືອດ, ສ້າງການຫັນປ່ຽນຈາກຄວາມຮັບຮູ້ກາຍເປັນການກະທຳ. ທຸກໆຄົນ ຕ່າງກໍສະແດງໃຫ້ເຫັນຄວາມຮັບຜິດຊອບ. ການບໍລິຈາກເລືອດໄດ້ດຶງດູດປະຊາຊົນທຸກຊັ້ນຄົນເຂົ້າຮ່ວມ ຈາກເຂດພູດອຍຮອດເຂດທົ່ງພຽງ, ຈາກກຳລັງປະກອບອາວຸດ ຕະຫຼອດຮອດພະນັກງານລັດຖະກອນ ກຳມະກອນ ພິເສດແມ່ນນັກສຶກສາຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆ”
 (ແຫຼ່ງຄັດຈາກ VOV)


top