ຂ່າວສານ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໜູນຊ່ວຍນັກສຶກສາ ຫວຽດນາມ

      ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ນັກສຶກສາ ຫວຽດນາມ
ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ (ພາບ:
TTXVN)
        ຕອນເຊົ້າວັນທີ 2 ສິງຫາ, ທ່ານສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
        ຂອງຂວັນລວມມີເຄື່ອງຂອງທີ່ຈຳເປັນ ພ້ອມດ້ວຍຜ້າອັດປາກອັດດັງ, ເຈວລ້າງມື້ ເພື່ອແນໃສ່ຊ່ວຍເຫຼືອນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
        ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ລາວ ມີນັກສຶກສາ ຫວຽດນາມ ລວມທັງໝົດ 184 ຄົນ ແລະ ແມ່ນໂຮງຮຽນທີ່ມີນັກສຶກສາ ຫວຽດນາມ ມາຮຽນຫຼາຍທີ່ສຸດໃນປະເທດ ລາວ.
(ແຫຼ່ງຄັດຈາກ VOV)


top